EU ແລະ ພັນທະ​ມິດ ຊອກ​ຫາ​ວິ​ທີ​ການ​ຮັດ​ແໜ້ນຄຳ​ສັ່ງ​ລົງ​ໂທດ​ຕໍ່​ກັບນ້ຳ​ມັນບໍ່​ຂອງ ລັດ​ເຊຍ

(VOVWORLD) -  ທ່ານ David O'Sullivan ທູດພິເສດກ່ຽວກັບບັນດາມາດຕະການລົງໂທດຂອງ EU ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 4 ບັນດາປະເທດຈັດກອງປະຊຸມຢູ່ ບຣູກແຊມ ແລະ ຈຸດສຸມຂອງກອງປະຊຸມຄັ້ງນີ້ແມ່ນປັບປຸງບັນດາມາດຕະການລົງໂທດ.
EU ແລະ ພັນທະ​ມິດ ຊອກ​ຫາ​ວິ​ທີ​ການ​ຮັດ​ແໜ້ນຄຳ​ສັ່ງ​ລົງ​ໂທດ​ຕໍ່​ກັບນ້ຳ​ມັນບໍ່​ຂອງ ລັດ​ເຊຍ - ảnh 1ໂຮງງານກັ່ນນ້ຳມັນຢູ່ນະຄອນ Gubkinsky, ສະຫະພັນ ລັດເຊຍ (ພາບ: AFP/TTXVN)

ວັນທີ 24 ກັນຍາ, ຄະນະກຳມະການ ເອີລົບ (EC) ໄດ້ປະກາດວ່າ, ສະຫະພາບເອີລົບ (EU) ແລະ 12 ປະເທດຮ່ວມມືໄດ້ຈັດກອງປະຊຸມຢູ່ ບຣູກແຊມ (ແບນຊິກ), ເພື່ອປຶກສາຫາລືກ່ຽວກັບປະສິດທິຜົນຂອງບັນດາມາດຕະການລົງໂທດຂອງ ຝ່າຍຕາເວັນຕົກສຳລັບລັດເຊຍ, ກໍ່ຄືບັນດາມາດຕະການເພື່ອແນໃສ່ຮັກສາລະດັບ ເພດານ ສຳລັບຜະລິດຕະພັນນ້ຳມັນຈາກລັດເຊຍ. ທ່ານ David O'Sullivan ທູດພິເສດກ່ຽວກັບບັນດາມາດຕະການລົງໂທດຂອງ EU ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 4 ບັນດາປະເທດຈັດກອງປະຊຸມຢູ່ ບຣູກແຊມ ແລະ ຈຸດສຸມຂອງກອງປະຊຸມຄັ້ງນີ້ແມ່ນປັບປຸງບັນດາມາດຕະການລົງໂທດ. ປີ 2022, ກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ແລະ EU ໄດ້ກຳນົດລະດັບລາຄາເພດານສຳລັບຜະລິດຕະພັນນ້ຳມັນໂດຍລັດເຊຍສະໜອງດ້ວຍທາງທະເລ ຢູ່ລະດັບ 60 USD/ຖັງ, ຕາມນັ້ນແລ້ວ ສະກັດກັ້ນ ມົດສະກູສຳຜັດກັບບັນດາການບໍລິການຂົນສົ່ງ ແລະ ປະກັນໄພຂອງຝ່າຍຕາເວັນຕົກ ຖ້ານ້ຳມັນໄດ້ຂາຍດ້ວຍລາຄາທີ່ສູງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ