EU ແລະ ລັດເຊຍ ຮັກສາການຮ່ວມມືໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ

(VOVWORLD) -       ສະຫະພາບເອີລົບ (EU) ພວມມານະພະຍາຍາມຮ່ວມມືກັບລັດເຊຍ ໃນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີຄວາມສົນໃຈ

EU ແລະ ລັດເຊຍ ຮັກສາການຮ່ວມມືໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ - ảnh 1 ທ່ານເອກອັກຄະລັດຖະທູດ EU ປະຈຳລັດເຊຍ Markus Ederer

(ພາບ: THX/TTXVN)

ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດ ທີ່ກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດນັກສືບ Skripal ແລະ ຄຳກ່າວຫາຂອງໂຮນລັງກ່ຽວກັບການບຸກໂຈມຕີທາງເຄືອຂ່າຍອີນເຕີແນັດ. ສິ່ງດັ່ງກ່າວໂດຍທ່ານເອກອັກຄະລັດຖະທູດ EU ປະຈຳລັດເຊຍ Markus Ederer ກ່າວຖະແຫຼງຕໍ່ວົງການສື່ມວນຊົນໃນການຢ້ຽມຢາມນະຄອນ Tomsk, ໃນວັນທີ 08 ຕຸລາ.

        ຕາມທ່ານເອກອັກຄະລັດຖະທູດ EU ແລ້ວ, ບັນດາເຫດການດັ່ງກ່າວໄດ້ກໍຄວາມເສຍຫາຍຢ່າງໜັກໜ່ວງເຖິງການພົວພັນ 2 ຝ່າຍ ແລະ ແມ່ນສິ່ງທີ່ໜ້າເສຍດາຍ. ເຖິງຢ່າງໃດກໍ່ຕາມ, ທ່ານ Ederer ຖືວ່າ, ຄວນນຳໃຊ້ຫຼັກການທີ່ຖືກຜົນປະໂຫຍດເປັນສຳຄັນ. ດ້ານໜຶ່ງ, EU ຕັດສິນໃຈຮັກສາບັນດາຫຼັກການລະອຽດ, ພິເສດແມ່ນເຄົາລົບກົດໝາຍສາກົນ ແລະ ປະຕິບັດລະບຽບນິຕິກຳໂດຍອີງໃສ່ກົດໝາຍ. ດ້ານອື່ນ, EU ພວມມານະພະຍາຍາມຮ່ວມມືໂດຍການຖືຜົນປະໂຫຍດເປັນສຳຄັນກັບບັນດາປະເທດໃນທຸກຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ EU ຍາມໃດກໍ່ຊອກຫາສຽງເວົ້າລວມໃນບັນດາບັນຫານີ້.

        ທ່ານ Ederer ຊີ້ແຈ້ງວ່າ, ໂດຍບໍ່ຫົວຊາຕໍ່ຄຳສັ່ງລົງໂທດ ແລະ ການໂຕ້ຕອບເຊິ່ງກັນແລະກັນ, EU ແລະ ລັດເຊຍ ຍັງຄົງຮັກສາການຮ່ວມມືໃນບາງຂົງເຂດ, ເຊິ່ງໄດ້ເອີ້ນວ່າ “ຕ່າວປີ້ນການຮ່ວມມື” ຄືການຮ່ວມມືລະຫວ່າງເຂດ, ຮ່ວມມືຂ້າມຊາຍແດນ, ຮ່ວມມືໃນບັນດາຂົງເຂດການສຶກສາ, ວິທະຍາສາດ, ຊ້ຳບໍ່ໜຳແມ່ນແລກປ່ຽນນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ