Eu ແລະ ອັງ​ກິດ ເລີ່ມ​ດຳ​ເນີນ ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ

(VOVWORLD) -ວັນທີ 2 ມີນາ, ບັນດານັກເຈລະຈາ ຂອງ ສະຫະພາບ ເອີລົບ (EU) ແລະ ລາຊະອານາຈັກ ອັງກິດ ໄດ້ປະຊຸມຢູ່ ນະຄອນຫຼວງ Brussels (ປະເທດແບນຊິກ) ເພື່ອລີ່ມຕົ້ນການເຈລະຈາກ່ຽວກັບບັນດາມາດຕາຂອງການພົວພັນດ້ານການຄ້າໃນອະນາຄົດດ້ວຍຕາຕະລາງດຳເນີນງານທີ່ຮີບດ່ວນ ແລະ ມີເອກະສານຫຼາຍສະບັບທີ່ໄດ້ກໍ່ຄວາມໂຕ້ຖຽງກັນ. 

ເປົ້າໝາຍຕົ້ນຕໍ ຂອງບັນດາການເຈລະຈາລະຫວ່າງ EU ແລະ ອັງກິດ ຄັ້ງນີ້ແມ່ນສັນຍາການຄ້າທີ່ບໍ່ມີພາສີອາກອນ, ບໍ່ມີໂຄຕາ. ບັນດາກຸ່ມເຈລະຈາຕ້ອງບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ອນເດືອນກັນຍາເພື່ອທັນເວລາໃຫ້ແກ່ບັນດາລະບຽບການແຫ່ງຊາດເພື່ອໃຫ້ສັດຕະຍາບັນຂໍ້ຕົກລົງໃນອະນາຄົດ ທີ່ໄດ້ປະຕິບັດກ່ອນທີ່ຈະສິ້ນສຸດເວລາເຊື່ອມຕໍ່ໄລຍະໃນວັນທີ 31 ທັນວາ 2020. Eu ຢາກໃຫ້ ລາຊະອານາຈັກອັງກິດ ຮັກສາການຮ່ວມສຳພັນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ດ້ວຍບັນດາມາດຕະຖານຂອງຕົນ. Eu ກໍ່ຢາກມີການແກ້ງແຍ້ງທີ່ມີຄວາມສະເໝີພາບລະຫວ່າງບັນດາວິສາຫະກິດຂອງທັງສອງຝ່າຍ. ແຕ່ວ່າ ສຳລັບ ລອນດອນແລ້ວ, ບັນດາເປົ້າໝາຍທັງໝົດຂອງເລື່ອງອັງກິດຖອນຕົວອອກຈາກ EU(Brexit) ແມ່ນເພື່ອເອົາສິດຄວບຄຸມກົດໝາຍຕາມເຈດຈຳນົງຂອງຕົນຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ