EU ແລະ ອັງ​ກິດ​ກ້າວ​ເຂົ້າ​ສູ່​ ​ຮອບເຈ​ລະ​ຈາ​​ທາງການ​ຄ້າ ​ໃໝ່​ພາຍຫຼັງ Brexit

(VOVWORLD) -ວັນທີ 11 ພຶດສະພາ, ສະຫະພາບ ເອີລົບ (EU) ແລະ ອັງກິດ ກ້າວເຂົ້າສູ່ຮອບເຈລະຈາການຄ້າຄັ້ງທີ 3 ແຕ່ບໍ່ມີຄວາມຫວັງຫຼາຍກ່ຽວກັບການບັນລຸໄດ້ບາດກ້າວບຸກທະລຸໃໝ່, ໃນສະພາບການ ໄລຍະເວລາເຈລະຈາກ່ຽວກັບຂໍ້ຕົກລົງທາງການຄ້າລະຫວ່າງສອງຝ່າຍພາຍຫຼັງ Brexit ບໍ່ຮອດ 1 ປີ ພັດຍິ່ງຮັດແຄບເຂົ້າຍ້ອນຜົນກະທົບຂອງໂລກລະບາດ Covid – 19. 

EU  ແລະ ອັງ​ກິດ​ກ້າວ​ເຂົ້າ​ສູ່​ ​ຮອບເຈ​ລະ​ຈາ​​ທາງການ​ຄ້າ ​ໃໝ່​ພາຍຫຼັງ Brexit - ảnh 1 ທ່ານ Michel Barnier ຫົວໜ້າຄະນະເຈລະຈາ EU ແລະ ທ່ານ David Frost ຄູ່ຕຳແໜ່ງຝ່າຍອັງກິດ

(ພາບ: TTXVN)

ຮອບເຈລະຈາໃໝ່ຈະເລີ່ມຕົ້ນດ້ວຍການເຈລະຈາທາງອອນລາຍລະຫວ່າງທ່ານ Michel Barnier ຫົວໜ້າຄະນະເຈລະຈາ EU ແລະ ທ່ານ David Frost ຄູ່ຕຳແໜ່ງຝ່າຍອັງກິດ, ຖັດຈາກນັ້ນແມ່ນການເຈລະຈາທາງອອນລາຍໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ນັບຮ້ອຍທ່ານ ຊຶ່ງຄາດວ່າຈະໄດ້ແກ່ຍາວໝົດອາທິດນີ້.

        ວັນທີ 20 ເມສາ, ອັງກິດ ແລະ EU ໄດ້ດຳເນີນການເຈລະຈາຄັ້ງທີ 2 ຕາມຮູບການອອນລາຍ, ຊັກຊ້າໄປກ່ວາ 1ເດືອນເມື່ອທຽບໃສ່ກັບແຜນການຍ້ອນຜົນກະທົບຂອງ ໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ