EU ແລະ ອີ​ຢິບ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -  ວັນທີ 17 ມີນາ, ສະຫະພາບເອີຣົບ (EU) ແລະ ອີຢິບ ໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສ້າງຂີດໝາຍແກ່ບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືທີ່ນັບມື້ນັບແໜ້ນແຟ້ນກວ່າລະຫວ່າງສອງຝ່າຍທີ່ມີທີ່ຕັ້ງຍຸດທະສາດສຳຄັນຂອງໂລກ.
EU ແລະ ອີ​ຢິບ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi (ພາບ: aa.com.tr) 

ພິທີລົງນາມໃນສົນທິສັນຍາຍົກລະດັບການພົວພັນໄດ້ດຳເນີນຢູ່ນະຄອນຫຼວງ Cairo ຂອງ ອີຢິບ, ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີປະເທດເຈົ້າພາບ Abdel Fattah El Sisi, ທ່ານປະທານຄະນະກຳມະການເອີຣົບ Ursula von der Leyen, ພ້ອມດ້ວຍການນຳ 5 ປະເທດ ເອີຣົບ, ເຊິ່ງລວມມີ: ແບນຊິກ, ອີຕາລີ, ອີຢິບ, ໂອຕາລິດ ແລະ ໄຊປຣັດ. ການຍົກລະດັບການພົວພັນ ຊ່ວຍໃຫ້ EU ແລະ ອີຢິບ ສາມາດເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ ເສດຖະກິດ ແລະ ປອດເສດຖະກິດ, ພົ້ນເດັ່ນແມ່ນການຮ່ວມມືຕ້ານການກໍ່ການຮ້າຍ ແລະ ແກ້ໄຂບັນຫາຊາວອົບພະຍົບ.

        ເນື່ອງໃນເຫດການນີ້, EU ໄດ້ປະກາດບ້ວງເງິນຊ່ວຍເຫຼືອແກ່ ອີຢິບ ມີມູນຄ່າ 7,4 ຕື້ ເອີໂຣ.

ນັກຂ່າວ VOV ປະຈຳ ອີຢິບ

 

ຕອບກັບ

ຂ່າວ/ບົດ​ອື່ນ