EU ແລະ ອາ​ເມ​ລິ​ກາ ເຈ​ລະ​ຈາຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ແກ້ງ​ແຍ້ງ​ກັນ​ດ້ານ​ການ​ຄ້າ

(VOVWORLD) - ໃນຖະແຫຼງການສະບັບໜຶ່ງ, ທ່ານ  valdis Dombrovskis ກຳມະການດ້ານການຄ້າ EU ແລະ ທ່ານນາງ Katherine Tai ຜູ້ຕາງໜ້າອົງການການຄ້າ ອາເມລິກາ ໄດ້ປະກາດ ເລີ່ມດຳເນີນບັນດາການເຈລະຈາ ເພື່ອແນໃສ່ແກ້ໄຂສະພາບການແຫຼ່ງສະໜອງເຫຼັກກ້າເກີນເຫຼືອໃນທົ່ວໂລກ ກໍ່ຄືບົດບາດທີ່ຍິ່ງໃຫຍ່ເກີນໄປ ຂອງ ຈີນ ໃນບັນຫານີ້. 
EU ແລະ ອາ​ເມ​ລິ​ກາ ເຈ​ລະ​ຈາຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ແກ້ງ​ແຍ້ງ​ກັນ​ດ້ານ​ການ​ຄ້າ - ảnh 1(ພາບ: USEU.usmission.gov/TTXVN)

ວັນທີ 17 ພຶດສະພາ, ສະຫະພາບ ເອີລົບ (EU) ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຈະດຳເນີນບັນດາການເຈລະຈາ ເພື່ອແນໃສ່ ຢຸດຕິບັນດາມາດຕະການໂຕ້ຕອບ ທີ່ກ່ຽວຂ້ອງເຖິງນະໂຍບາຍພາສີນຳເຂົ້າ ອາລຸມີນຽມ ແລະ ເຫຼັກກ້າ ຊຶ່ງອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump ໃນເມື່ອກ່ອນ ຈັດວາງໃສ່ EU. ໃນຖະແຫຼງການສະບັບໜຶ່ງ, ທ່ານ  valdis Dombrovskis ກຳມະການດ້ານການຄ້າ EU ແລະ ທ່ານນາງ Katherine Tai ຜູ້ຕາງໜ້າອົງການການຄ້າ ອາເມລິກາ ໄດ້ປະກາດ ເລີ່ມດຳເນີນບັນດາການເຈລະຈາ ເພື່ອແນໃສ່ແກ້ໄຂສະພາບການແຫຼ່ງສະໜອງເຫຼັກກ້າເກີນເຫຼືອໃນທົ່ວໂລກ ກໍ່ຄືບົດບາດທີ່ຍິ່ງໃຫຍ່ເກີນໄປ ຂອງ ຈີນ ໃນບັນຫານີ້. ເອີລົບ ກໍ່ຈະໂຈະ ແຜນການເພີ່ມພາສີສຳລັບບັນດາສິນຄ້ານຳເຂົ້າຈາກ ອາເມລິກາໂດຍຊົ່ວຄາວ, ຕາມການຄາດຄະເນເບື້ອງຕົ້ນ ແລະ ແມ່ນຈະເພີ່ມພາສີນັບແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ. ຖະແຫຼງການຂອງບັນດາເຈົ້າໜ້າທີ່ອົງການການຄ້າ ເອີລົບ ແລະ ອາເມລິກາ ກໍ່ເນັ້ນໜັກວ່າ ສອງຝ່າຍ ໄດ້ເຫັນດີເປັນເອກະພາບຫຼີກລ້ຽງ ເລື່ອງບັນດາການປ່ຽນແປງໃນບັນຫານີ້ ທີ່ອາດຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ເຖິງການພົວພັນທາງການຄ້າສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ