EU ໂຍະຍານຂໍ້ກຳນົດຫຼັກອະນາໄມດ້ານສະບຽງອາຫານສຳລັບໝີ່ສຳເລັດຮູບຂອງ ຫວຽດນາມ

(VOVWORLD) - ຕາມນັ້ນແລ້ວ, EU ໄດ້ນຳບັນດາປະເພດໝີ່ສຳເລັດຮູບຂອງ ຫວຽດນາມ ຈາກເອກະສານຊ້ອນທ້າຍ II (ຄວບຄຸມດ້ວຍໃບຢັ້ງຢືນຫຼັກອະນາໄມດ້ານສະບຽງອາຫານ ແລະ ຄວບຄຸມຢູ່ດ່ານຊາຍແດນ) ປ່ຽນມາເປັນເອກະສານຊ້ອນທ້າຍ I ດ້ວຍອັດຕາການກວດກາຢູ່ຊາຍແດນແມ່ນ 20%

ນັບແຕ່ວັນທີ 27 ມິຖຸນາ, ສິນຄ້າບັນດາປະເພດໝີ່ສຳເລັດຮູບສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ ສະຫະພາບເອີລົບ (EU) ຈະບໍ່ຖືກບັງຄັບມີໃບຢັ້ງຢືນຫຼັກອະນາໄມສະບຽງອາຫານ ໂດຍອົງການມີສິດອຳນາດຂອງ ຫວຽດນາມ ອອກໃຫ້ອີກແລ້ວ. ວັນທີ 7 ມິຖຸນາ, EU ໄດ້ລົງແຈ້ງການປັບປຸງຂໍ້ກຳນົດກ່ຽວກັບມາດຕະການຮີບດ່ວນກ່ຽວກັບການຄວບຄຸມຫຼັກອະນາໄມດ້ານສະບຽງອາຫານນຳເຂົ້າ EU. ຕາມນັ້ນແລ້ວ, EU ໄດ້ນຳບັນດາປະເພດໝີ່ສຳເລັດຮູບຂອງ ຫວຽດນາມ ຈາກເອກະສານຊ້ອນທ້າຍ II (ຄວບຄຸມດ້ວຍໃບຢັ້ງຢືນຫຼັກອະນາໄມດ້ານສະບຽງອາຫານ ແລະ ຄວບຄຸມຢູ່ດ່ານຊາຍແດນ) ປ່ຽນມາເປັນເອກະສານຊ້ອນທ້າຍ I ດ້ວຍອັດຕາການກວດກາຢູ່ຊາຍແດນແມ່ນ 20%. ຂໍ້ຕົກລົງນີ້ແມ່ນການຮັບຮູ້ສຳລັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃນວຽກງານຄວບຄຸມຫຼັກອະນາໄມດ້ານສະບຽງອາຫານ ກໍ່ຄືຄວາມຕັ້ງໜ້າໃນການໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ