EU ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ລັກ​ສະ​ນະ​ຍືນ​ຍົງ​ໃນ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -   ຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ສະຫະສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ໄດ້ຈັດພິທີປະກາດ ປຶ້ມປົກຂາວປະຈຳປີ ຄັ້ງທີ 15 ດ້ວຍຫົວຂໍ້ “ຊຸກຍູ້ການລົງທຶນໃຫ້ແກ່ພື້ນຖານເສດຖະກິດສີຂຽວ ແລະ ຍືນຍົງ”.
EU ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ລັກ​ສະ​ນະ​ຍືນ​ຍົງ​ໃນ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ພິທີປະກາດປຶ້ມປົກຂາວປະຈຳປີ ຄັ້ງທີ 15

ປຶ້ມປົກຂາວ ໄດ້ຍົກອອກບັນດາຂໍ້ສະເໜີແນະ ເພື່ອແນໃສ່ສົ່ງເສີມບັນດາບຸລິມະສິດການລົງທຶນ ແລະ ການຄ້າ, ສະໜອງໃຫ້ບັນດານັກວາງແຜນກຳນົດນະໂຍບາຍ, ວິສາຫະກິດ, ນັກຮຽນຮູ້ ແລະ ບັນດາຝ່າຍກ່ຽວຂ້ອງອື່ນຂອງ ຫວຽດນາມ ແລະ ເອີຣົບ ກ່ຽວກັບແງ່ມູມຕົວຈິງ ກ່ຽວກັບບັນດາບັນຫາເສດຖະກິດສຳຄັນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ  ສະຫະພາບເອີຣົບ ປະຈຳ ຫວຽດນາມ, Julien Guerrier ເນັ້ນໜັກວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ສະຖຽນລະພາບດ້ານການລົງທຶນຂອງບັນດາວິສາຫະກິດ  EU ປະຈຳ ຫວຽດນາມ ຈະມີຄວາມສຳຄັນທີ່ສຸດໃນຍາວນານ. ພວກຂ້າພະເຈົ້າສາມາດຕັ້ງຄວາມຫວັງດ້ານການຄ້າສິນຄ້າ ລະຫວ່າງ ຫວຽດນາມ ແລະ ອີຢູ ຈະສືບຕໍ່ພັດທະນາ ແລະ ເຕີບໂຕ ນັບທັງການນຳເຂົ້າ ແລະ ສົ່ງອອກໃນອະນາຄົດ. ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ສຸດ ແລະ ໃຫ້ຄຳໝັ້ນສັນຍາກ່ຽວກັບການລົງທຶນຕ່າງປະເທດຢູ່ ຫວຽດນາມ ຫຼາຍທີ່ສຸດ, ຮັບປະກັນລັກສະນະຍືນຍົງໃນການລົງທຶນຢູ່ ຫວຽດນາມ. ຜ່ານບັນດາຂໍ້ສະເໜີແນະທີ່ລະບຸໃນປຶ້ມປົກຂາວ, ສາມາດເສີມຂະຫຍາຍກຳລັງບົ່ມຊ້ອນການເຕີບໂຕຢູ່ ຫວຽດນາມ ໄດ້ຫຼາຍທີ່ສຸດ”.

ເລເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ