EU ໄຂກອງປະຊຸມສຸດຍອດ ຄັ້ງສຸດທ້າຍໃນປີ 2012

EU ໄຂກອງປະຊຸມສຸດຍອດ ຄັ້ງສຸດທ້າຍໃນປີ 2012 - ảnh 1
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 13/12, ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 6 ​ທັງ​ແມ່ນ​ຄັ້ງ​ສຸດ​ທ້າຍ​ປີ 2012 ຂອງສະຫະພາບ​ເອີ​ລົບ (EU) ​​ຖືກ​ໄຂ​ຂຶ້ນ​ຢູ່​ປະ​ເທດແບນ​ຊິກ. ຄາດ​ວ່າ​​ໃນ​ 2 ວັນ​ດຳ​ເນີນ​ກອງ​ປະ​ຊຸມ, ບັນດາ​ການ​ນຳ​ເອີ​ລົບ​ຈະ​ຊອກ​ຫາ​ມາດ​ຕະການ​​ເພື່ອບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ສຳພັນ​ທະ​ມິດ​ເງິນຕາ​ຢ່າງ​ແທດ​ຈິງ ​ແລະ ​ເລິກ​ເຊິ່ງ. ກ່ອນ​ທີ່​ຈັດກອງ​ປະຊຸມ, ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ບັນດາ​ລັດຖະມົນຕີ​ການ​ເງິນ​ EU ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ກົນ​ໄກ​ທີ່​ເປັນ​ພື້ນຖານ​ຂອງ​ອົງການ​ຕິດຕາມ​ກວດກາ​ລວມທີ່​ມີ​ຕໍ່​ບັນດາ​ທະນາຄານ, ​ເຊິ່ງ​ແມ່ນບາດກ້າວຫຼັກ​ແຫຼ່ງທຳ​ອິດ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ສຳພັນ​ທະ​ມິດ​ທະນາຄານ. ​ໃນ​ບົດ​ກ່າວ​ປາໄສ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະ​ພາ​ເອີ​ລົບ Herman Van Pompuy ​ໄດ້​ເຕື້ອງ​ເຖິງ​ຂໍ້​ຕົກລົງ​ນີ້ຄື​ດັ່ງ​ຂີດ​ໝາຍ​ຢ່າງ​​ແທ້​ຈິງ​ໃນ​ການ​ປັບປຸງ​ສຳພັນ​ທະ​ມິດ​ເສດຖະກິດ ​ແລະ ​ເງິນຕາ​ຂອງ​ກຸ່ມ.

ຂ່າວ/ບົດ​ອື່ນ