EURO 2024: ​ລາຍ​ການ​ສະ​ແດງ​ດົນ​ຕີເຕັມ​ໄປ​ດ້ວຍ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ ໃນ​ພິ​ທີ​ໄຂ

(VOVWORLD) - ພິທີໄຂມີການເຂົ້າຮ່ວມຂອງບັນດານັກສິລະປິນຊື່ດັງໃນໂລກ, ປະສານສົມທົບກັບການສະແດງບົດເພງປະຈຳ EURO 2024 ທີ່ມີຊື່ວ່າ “Fire”. 
EURO 2024: ​ລາຍ​ການ​ສະ​ແດງ​ດົນ​ຕີເຕັມ​ໄປ​ດ້ວຍ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ ໃນ​ພິ​ທີ​ໄຂ - ảnh 1ພິທີໄຂໄດ້ດຳເນີນຢ່າງກະທັດລັດ, ເຕັມໄປດ້ວຍສີສັນ ແລະ ມີຄວາມໝາຍ (ພາບ: Reuters)

ພິທີໄຂງານແຂ່ງຂັນບານເຕະຮອບຊີງຊະນະເລີດ EURO 2024 ຢູ່ສະໜາມກິລາ Allianz Arena ທີ່ນະຄອນ Munich (ເຢຍລະມັນ) ໄດ້ດຳເນີນໄປແບບກະທັດລັດ ແຕ່ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງ ໃນຄ່ຳຄືນວັນທີ 14 ມິຖຸນາ ຕາມເວລາທ້ອງຖິ່ນ ແລະ ຮຸ່ງເຊົ້າວັນທີ 15 ມິຖຸນາ ຕາມເວລາ ຫວຽດນາມ.

        ພິທີໄດ້ດຳເນີນໃນຮອບເວລາປະມານ 10 ນາທີ, ດ້ວຍບັນດາລາຍການສະແດງດົນຕີ ແລະ ປະຕິມະກຳ ພ້ອມກັບການເຊີດຊູນັກກິລາບານເຕະເຢຍລະມັນ Franz Beckenbauer ເທບນິຍາຍ, ກ່ອນນັດແຂ່ງຂັນທຳອິດ.

        ພິທີໄຂມີການເຂົ້າຮ່ວມຂອງບັນດານັກສິລະປິນຊື່ດັງໃນໂລກ, ປະສານສົມທົບກັບການສະແດງບົດເພງປະຈຳ EURO 2024 ທີ່ມີຊື່ວ່າ “Fire”. ສິ່ງທີ່ໜ້າສົນໃຈແມ່ນ, ເຕັກໂນໂລຢີແສງສີທີ່ທັນສະໄໝກໍຖືກນຳໃຊ້ເພື່ອສ້າງບັນຍາກາດອັນພົ້ນເດັ່ນ, ເຮັດໃຫ້ສະໜາມກິລາ ແຫ່ງນີ້ ກາຍເປັນເວລາທີ່ສະແດງຫຼາກຫຼາຍສີສັນ.

ຕອບກັບ

ຂ່າວ/ບົດ​ອື່ນ