EURO 2024: ​ໂດຍ​ເອົາຊະ​ນະ​ໂຮ​ນ​ລັງ, ອັງ​ກິດຈະ​ພົບ​ປະ​ແອັດ​ສະ​ປາຍ​ໃນ​ຮອບ​ຊີງ​ຊະ​ນະ​ເລີດ

(VOVWORLD) - ຕອນເຊົ້າວັນທີ 11 ກໍລະກົດ, ຕາມເວລາ ຫວຽດນາມ, ໄດ້ດຳເນີນ ການແຂ່ງຂັນ ບານເຕະ ເອີລົບ (EURO 2024) ຮອບ 4 ທິມສຸດທ້າຍ ລະຫວ່າງ ທິມບານເຕະ ອັງກິດ ແລະ ທິມບານເຕະ ໂຮນລັງ. 
EURO 2024: ​ໂດຍ​ເອົາຊະ​ນະ​ໂຮ​ນ​ລັງ, ອັງ​ກິດຈະ​ພົບ​ປະ​ແອັດ​ສະ​ປາຍ​ໃນ​ຮອບ​ຊີງ​ຊະ​ນະ​ເລີດ - ảnh 1ຄວາມມ່ວນຊື່ນຂອງ ບັນດານັກເຕະອັງກິດ (ພາບ: Reuters)

ໃນນາທີທີ 7, ນັກເຕະ Xavi Simons ຂອງໂຮນລັງໄດ້ຍິງເຂົ້າປະຕູຂອງອັງກິດ. ທິມບານເຕະອັງກິດ ສາມາດຍິງປະຕູໃນ ນາທີທີ 35 ແລະ ໃນຕັ້ງທີສອງ ທິມບານເຕະອັງກິດໄດ້ຍິງເຂົ້າອີກ 1 ປະຕູໃນນາທີ 90+1 ແລະ ຍາດໄດ້ໄຊຊະນະດ້ວຍ 2-1 ໃຫ້ແກ່ທິມບານເຕະອັງກິດ. ດ້ວຍໝາກຜົນນີ້, ທິມບານເຕະອັງກິດ ຈະພົບກັບທິມບານເຕະ ແອັດສະປາຍໃນຮອບຊີງຊະນະເລີດທີ່ຈະດຳເນີນຢູ່ສະໜາມບິນ  Berlin ໃນວັນທີ 15 ກໍລະກົດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ