EuroCham ຊຸກຍູ້ການຮ່ວມສຳພັນກັບພື້ນຖານເສດຖະກິດຫວຽດນາມ

EuroCham ຊຸກຍູ້ການຮ່ວມສຳພັນກັບພື້ນຖານເສດຖະກິດຫວຽດນາມ - ảnh 1ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ແລະ ທ່ານ Michael Bahren, ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ (EuroCham) 
(ພາບ: ໂດ໋​ບີ່ງ/TTXVN)

(vovworld) – ວັນ​ທີ 3/3, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ (EuroCham) ໂດຍ​ທ່ານ Michael Bahren, ປະ​ທານ​ສະ​ຫະ​ສະ​ມາ​ຄົມ ເປັນ​ຫົວ​ໜ້າ​ຄະ​ນະ, ພ້ອມ​ກັບ​ທ່ານ Bruno Angelet, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ ເອີ​ລົບ ປະ​ຈຳ ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ​ແຖວ​ໜ້າ​​ຂອງເອີ​ລົບ ບາງ​ແຫ່ງ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ຢັ້ງ​ຢືນ​ຄ​ຳ​ໝັ້ນ​ສັນ​ຍາ​ຂອງ​ສະ​ຫະ​ສະ​ມາ​ຄົມ ໃນ​ການ​ໜູນ​ຊ່ວຍ ແລະ ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ ເອີ​ລົບ ເຊື່ອມ​ຕໍ່​ກັບ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ. ເລື່ອງ EuroCham ປະ​ກາດ​ປື້ມ​ປົກ​ຂາວ ໂດຍ​ໄດ້​ເຕົ້າ​ໂຮມ​ການ​ຕີ​ລາ​ຄາ, ໄຈ້​ແຍກ ແລະ ສະ​ເໜີ​ແນະ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ. ເອກ​ສານນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ໃນ​ການ​ໜູນ​ຊ່ວຍ​ລັດ​ຖະ​ບານ ຫວຽດ​ນາມ ສ້າງກອບ​ກົດ​ໝາຍ ແລະ ພັດ​ທະ​ນາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ພ້ອມ​ທັງ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ​ເວົ້າ​ສະ​ເພາະ ກໍ່​ຄື​ສັງ​ຄົມ​ເວົ້າ​ລວມ.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ສະ​ເໜີ​ວ່າ: ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ແລະ ຄະ​ນະ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ ເອີ​ລົບ ປະ​ຈຳ ຫວຽດ​ນາມ ສືບ​ຕໍ່​ຮ່ວ​ມ​ເດີນ​ທາງພ້ອມ​ກັບ​ລັດ​ຖະ​ບານ ຫວຽດ​ນາມ ເພື່ອ​ກາຍ​ເປັນ​ຕະຫຼາດ​ລົງ​ທຶນ​ອັນ​ດູດ​ດື່​ມ. ພ້ອມ​ກັນ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ ເອີ​ລົບ ນີ້​ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ເພີ່​ມ​ທະ​ວີ​ບັນ​ດາ​ເຄືອ​ຂ່າຍ​ຜະ​ລິດ​ດ​ຳ​ເນີນ​ທຸ​ລະ​ກິດ ມີ​ການ​ຮ່ວມ​ສ​ຳ​ພັນ​ອັນ​ແໜ້ນ​ແຟ້ນ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ