EuroCham: ຫວຽດ​ນາມ ຍັງ​ມີ​ຄວາມ​ດຶງ​ດູດ​ຕໍ່​ການ​ລົງ​ທຶນ​ທົ່ວ​ໂລກ ຢ່າງ​ແຂງ​ແຮງ

(VOVWORLD) - ຕາມການຕີລາຄາຂອງ EuroCham ແລ້ວ, ເຖິງວ່າດັດຊະນີຄວາມໄວ້ເນື້ອເຊື່ອໃຈຍັງຢູ່ລະດັບຕ່ຳກ່ວາ 50 ຄະແນນໃນ 4 ໄຕມາດຢ່າງລຽນຕິດກໍ່ຕາມ ແຕ່ລະດັບເພີ່ມຂຶ້ນນີ້ສະແດງໃຫ້ເຫັນສັນຍານທີ່ຕັ້ງໜ້າໃນພື້ນຖານເສດຖະກິດ ຫວຽດນາມ.
EuroCham: ຫວຽດ​ນາມ ຍັງ​ມີ​ຄວາມ​ດຶງ​ດູດ​ຕໍ່​ການ​ລົງ​ທຶນ​ທົ່ວ​ໂລກ ຢ່າງ​ແຂງ​ແຮງ - ảnh 1ພາບປະກອບ: VOV

        ບົດລາຍງານດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ຂອງສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ແລະ Decision Lab ປະຕິບັດ ໄດ້ສະແດງໃຫ້ເຫັນວ່າ BCI ໄຕມາດທີ III/2023 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຈາກລະດັບ 43,5% ຂອງໄຕມາດທີ II/2023 ຂຶ້ນເປັນ 45,1%. ນີ້ແມ່ນຂໍ້ມູນໂດຍ EuroCham ປະກາດໃນວັນທີ 9 ຕຸລາ.

        ຕາມການຕີລາຄາຂອງ EuroCham ແລ້ວ, ເຖິງວ່າດັດຊະນີຄວາມໄວ້ເນື້ອເຊື່ອໃຈຍັງຢູ່ລະດັບຕ່ຳກ່ວາ 50 ຄະແນນໃນ 4 ໄຕມາດຢ່າງລຽນຕິດກໍ່ຕາມ ແຕ່ລະດັບເພີ່ມຂຶ້ນນີ້ສະແດງໃຫ້ເຫັນສັນຍານທີ່ຕັ້ງໜ້າໃນພື້ນຖານເສດຖະກິດ ຫວຽດນາມ.

        ບົດລາຍງານຂອງ EuroCham ສະແດງໃຫ້ເຫັນຈິດໃຈດຳເນີນທຸລະກິດຂອງບັນດາວິສາຫະກິດ ເອີລົບຢູ່ ຫວຽດນາມ ພວມມີການປ່ຽນແປງ. ໃນໄຕມາດທີ II ແລະ III, ທັດສະນະທີ່ຕັ້ງໜ້າ ແລະ ເປັນກາງເພີ່ມຂຶ້ນຕາມລຳດັບແມ່ນ 6% ແລະ 4%. ພ້ອມນັ້ນ ບັນດາວິສາຫະກິດຄາດວ່າທ່າອ່ຽງຫຍໍ້ທໍ້ໄດ້ຫຼຸດລົງ 5%.

        EuroCham ຕີລາຄາ ວ່າ ການດຶງດູດການລົງທຶນທົ່ວໂລກ, ຂອງ ຫວຽດນາມຍັງແຂງແຮງ ຢູ່ຂະນະທີ່ມີ 63% ຈຳນວນວິສາຫະກິດທີ່ໄດ້ຮັບການສຳຫຼວດ ໄດ້ຈັດຫວຽດນາມ ເຂົ້າໃນ Top 10 ສະຖານທີ່ໄດ້ຮັບເງິນລົງທຶນໂດຍກົງຈາກຕ່າງປະເທດແຖວໜ້າໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ