EuroCham ຫວຽດ​ນາມ ສະ​ເໜີ​ຍົກ​ເວັ້ນ​ວີ​ຊາ​ທ່ອງ​ທ່ຽວ​ໃຫ້​ແກ່​ທຸກ​ປະ​ເທດ​ສະ​ມາ​ຊິກ EU

(VOVWORLD) -  EuroCham ຫວຽດນາມ ກໍ່ຫວັງວ່າ ຫວຽດນາມ ຈະມີຫຼາຍມາດຕະການເພື່ອນຳໃຊ້ຈົນສຸດຄວາມສາມາດທີ່ໃຫຍ່ຫຼວງຂອງການພົວພັນດ້ານເສດຖະກິດ EU – ຫວຽດນາມ ແລະ ຊຸກຍູ້ການເຕີບໂຕເສດຖະກິດຢ່າງແຮງ.
EuroCham ຫວຽດ​ນາມ ສະ​ເໜີ​ຍົກ​ເວັ້ນ​ວີ​ຊາ​ທ່ອງ​ທ່ຽວ​ໃຫ້​ແກ່​ທຸກ​ປະ​ເທດ​ສະ​ມາ​ຊິກ EU - ảnh 1
ແຂກທ່ອງທ່ຽວຕ່າງປະເທດມາທ່ຽວ ຫວຽດນາມ (ພາບ: tuoitre.vn)

ວັນທີ 17 ກໍລະກົດ, ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham ຫວຽດນາມ) ປະກາດຂໍ້ມູນການສະເໜີນຳເອົາທັງໝົດ 27 ປະເທດສະມາຊິກ EU ເຂົ້າບັນຊີລາຍຊື່ຍົກເວັ້ນວີຊາທ່ອງທ່ຽວ ຂອງ ຫວຽດນາມ. ປັດຈຸບັນ, ບັນຊີລາຍຊື່ຍົກເວັ້ນວີຊາທ່ອງທ່ຽວໃຫ້ແກ່ປະເທດສະມາຊິກ EU ມີພຽງແຕ່ 7 ປະເທດສະມາຊິກແມ່ນ: ເຢຍລະມັນ, ຝລັ່ງ, ອີຕາລີ, ແອັດສະປາຍ, ເດນມາກ, ຊູແອັດ ແລະ ແຟງລັງ. EuroCham ຫວຽດນາມ ຖືວ່າ ການເປີດກວ້າງບັນຊີລາຍຊື່ຍົກເວັ້ນວີຊາໃຫ້ແກ່ 27 ປະເທດສະມາຊິກ ຂອງ EU ສວມບົດບາດສຳຄັນໃນການຊຸກຍູ້ການຄ້າ ແລະ ການລົງທຶນ. EuroCham ຫວຽດນາມ ກໍ່ຫວັງວ່າ ຫວຽດນາມ ຈະມີຫຼາຍມາດຕະການເພື່ອນຳໃຊ້ຈົນສຸດຄວາມສາມາດທີ່ໃຫຍ່ຫຼວງຂອງການພົວພັນດ້ານເສດຖະກິດ EU – ຫວຽດນາມ ແລະ ຊຸກຍູ້ການເຕີບໂຕເສດຖະກິດຢ່າງແຮງ.

ທ່ານ Gabor Fluit, ປະທານ EuroCham ຫວຽດນາມ ແບ່ງປັນວ່າການສະເໜີຍົກເວັ້ນວີຊາເປີດກວ້າງນີ້ຈະນຳມາແຂກທ່ອງທ່ຽວເປັນຈຳນວນຫຼາຍທີ່ມາຈາກຕະ ຫຼາດ EU ດ້ວຍ ປະຊາຊົນ ກ່ວາ 500 ລ້ານຄົນມາໃຫ້ ຫວຽດນາມ. ທ່ານ Gabor Fluit ໃຫ້ຮູ້ວ່າແຂກທ່ອງທ່ຽວ EU ມີທ່າອ່ຽງຢູ່ດົນກ່ວາ (ສອງອາທິດຂຶ້ນໄປ) ແລະ ໄລຍະເວລານີ້ຈະອະນຸຍາດໃຫ້ເຂົາເຈົ້າປະກອບສ່ວນ ໃຫ້ແກ່ພື້ນຖານເສດຖະກິດຫຼາຍພໍສົມຄວນ, ຄົ້ນຫາກ່ຽວກັບແງ່ຫວັງດຳເນີນທຸລະກິດໃນໄລຍະນັ້ນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ