EuroCham ເປີດຕົວປື້ມປົກຂາວຄັ້ງທີ 11

(VOVWORLD) - ວັນທີ 14 ມີນາ ຢູ່ ຮ່າໂນ້ຍ, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ (EuroCham) ໄດ້ເປີດຕົວປື້ມປົກຂາວປະຈຳປີຄັ້ງທີ 11.

ເນື້ອໃນປື້ມປົກຂາວປີ 2019 ໄດ້ເນັ້ນຫນັກເຖິງ 2 ບັນຫາຕົ້ນຕໍ ເພື່ອແນໃສ່ຮັບປະກັນຜົນສຳເລັດໃນໄລຍະພັດທະນາຕໍ່ໄປຂອງຫວຽດນາມ: ສັນຍາການຄ້າເສລີ ຫວຽດນາມ - EU(EVFTA) ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4.

ກ່າວຄຳເຫັນທີ່ພິທີເປີດຕົວປື້ມປົກຂາວ, ທ່ານ Nicolas Audier ປະທານຮ່ວມ

EuroCham  ເນັ້ນຫນັກວ່າ:

“ສຳລັບປື້ມປົກຂາວ ສະບັບທີ 11ນີ້ ຫວັງວ່າລັດຖະບານຫວຽດນາມ ຈະໄປໄກກວ່າ, ເຂັ້ມແຂງກວ່າໃນການປະຕິຮູບ.ຈຸດປະສົງຂອງປື້ມປົກຂາວ ພ້ອມກັບບັນດາຄຳໝັ້ນສັນຍາໃນການເຈລະຈາກັບລັດຖະບານ ແມ່ນການແບ່ງປັນບົດຮຽນສາກົນຂອງບັນດາສະມາຊິກຂອງພວກຂ້າພະເຈົ້າ ເພື່ອແນໃສ່ຊ່ວຍຫວຽດນາມ ສາມາດຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນຂອງຕົນ ຄືດັ່ງຈຸດນັດພົບແຖວຫນ້າກ່ຽວກັບດ້ານການຄ້າການລົງທຶນຂອງບັນດາວິສາຫະກິດເອີລົບ.”

 ທ່ານ ບູ່ຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງບັນດາຂໍ້ສະເຫນີແນະຂອງບັນດາວິສາຫະກິດ ເອີລົບ ທີ່ໄດ້ເຕື້ອງເຖິງໃນປື້ມປົກຂາວ ຜ່ານນັ້ນປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ