EuroChamເພີ່ມທະວີການພົວພັນລະຫວ່າງວິສາຫະກິດຫວຽດນາມ-ອີຢູ

EuroChamເພີ່ມທະວີການພົວພັນລະຫວ່າງວິສາຫະກິດຫວຽດນາມ-ອີຢູ - ảnh 1
EuroCham ເພີ່ມທະວີການພົວພັນລະຫວ່າງ
ວິສາຫະກິດ ຫວຽດນາມ - ອີຢູ
(ພາບ: TTXVN)

(vovworld) - ວັນ​ທີ 21/1, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ເອີ​ລົບ (EuroCham) ປະຈຳ​ ຫວຽດນາມ​ໄດ້​ປະກາດ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ປີ 2016, ກໍ່​ຄື​ບັນດາ​ລາຍການ​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອີ​ຢູ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລົງທຶນ, ການ​ຄ້າ. ຕາມ​ທ່ານ​ນາງ Nicolo Connolly, ປະທານ EuroCham ປະຈຳ​ ຫວຽດນາມ​ແລ້ວ, ​ໃນ​ປີ 2016, EuroCham ຈະ​ປ່ຽນ​ໃໝ່ບັນດາ​ໂຄງການ​ດຳ​ເນີນ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ ໃຫ້​ເໝາະ​ສົມ​ກັບ​ບັນດາ​ການ​ປ່ຽນ​ແປງ​ໃຫຍ່​ໃນ​ການ​ພົວພັນ​ລະຫວ່າງ ​ຫວຽດນາມ ​ແລະ ອີ​ຢູ ຄື​ດັ່ງ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ ຫວຽດນາມ - ອີ​ຢູ. ການ​ຮ່ວມ​ມື​ລະຫວ່າງ EuroCham  ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສ້າງ​ພື້ນຖນ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ…ດ້ານ​ອື່ນ, ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ໃຫ້​ດີ​ທີ່​ສຸດ EuroCham ຈະ​ສຸມ​ໃສ່​ບັນດາຂົງ​ເຂດ​ເຄື່ອນ​ໄຫວຕົ້ນຕໍ​ເຊັ່ນ: ຂົນຂວາຍ​ນະ​ໂຍບາຍ, ຕັ້ງໜ້າ​ໂຄສະນາ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອົງການ​ກ່ຽວຂ້ອງ - ສະຫະ​ສະມາຄົມ - ວິ​ສາ​ຫະກິດ… ພິ​ເສດ EuroCham ຍັງ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍຂອງ ອີ​ຢູ ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເພີ່ມ​ທະວີ​ການ​ດຳ​ເນີນ​ທຸລະ​ກິດ​ຂຽວ, ສຳ​ຫຼວດດັດຊະນີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ … ​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວ, ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອີ​ຢູຊຸກຍູ້​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີກ​ວ່າ.

ຂ່າວ/ບົດ​ອື່ນ