Eurogroupຮັບຮອງເອົາບ້ວງເງິນກູ້ຊ່ວຍການເງິນທີ3ໃຫ້ເກຼັກ

Eurogroupຮັບຮອງເອົາບ້ວງເງິນກູ້ຊ່ວຍການເງິນທີ3ໃຫ້ເກຼັກ - ảnh 1
(ພາບປະກອບ)

​​(vovworld) – ວັນ​ທີ 14/08, ກຸ່ມ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ສັງ​ກັດພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ລວມ ​ເອີ​ລົບ (Eurozone) ​ໄດ້​​ເຫັນ​ດີ​ຮັບຮອງ​​ເອົາ​ບ້ວງ​ເງິນກູ້ຊ່ວຍ​ດ້ານການ​ເງິນທີ 3​ ໃຫ້​ເກຼັກ, ດ້ວຍ​ຍອດ​ມູນ​ຄ່າ​ອາດ​ຈະ​ຂຶ້ນ​ເຖິງ 86 ຕື້​ເອີ​ໂຣ. ຂໍ້​ຕົກລົງ​ນີ້​ຖືກ​ຍົກ​ອອກ​ມາ​ ພາຍ​ຫຼັງກອງ​ປະຊຸມ​​ທີ່​ແກ່ຍາວ​​ເປັນ​ເວລາ 6 ຊົ່ວ​ໂມງ​ຂອງບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະກາ​ນ​ເອີ​ລົບ (EC) Jean Claude Juncker ​ໃຫ້​ຮູ້​ວ່າ, ບ້ວງ​ເງິນ​ກູ້​ຊ່ວຍ​ໃໝ່​ມີ​ມູນ​ຄ່າ 86 ຕື້​ເອີ​ໂຣ ສະຫງວນໃຫ້​ເກຼັກ ​ໃນ​ຮອບ​ເວລາ 3 ປີ​ຈະ​ມາ​ເຖິງ. ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ກູ້​ຊ່ວຍ​ດັ່ງກ່າວ, ​ເກຼັກ ຕ້ອງ​ປະຕິບັດ​ບັນດາ​ມາດຕະການ​ປະຕິ​ຮູບ​ດ້ານເສດຖະກິດ​ຄື​ດັ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ແລ້ວ, ​ເຖິງ​ວ່າ ບັນດາ​ຄຳໝັ້ນ​ສັນຍາ​ປະ​ຕິ​ຮູບ​ນີ້​ຕ້ອງ​ໃຊ້​ເວລາ​ດົນ​ນານ​ຈຶ່ງ​ບັນລຸ​ໄດ້​ຄື​​ດັ່ງ​ຄວາ​ມຫວັງ. ການ​ປ່ອຍ​ເງິນ​ຄັ້ງທຳ​ອິດ​ຈະ​ດຳ​ເນີນ​ໄປ​ໃນ​ສັບປະດາ​ໜ້າ, ອາດ​ຈະ​ຂຶ້ນ​ເຖິງ 13 ຕື້​ເອີ​​ໂຣ.

ບ້ວງ​ເງິນ​ກູ້​ຊ່ວຍ​ນີ້​ໄດ້​ຮັບ​ກາ​ນຮັບຮອງ​ເອົາ ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ​ເກຼັກ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຊ່ວຍ ​ໃນ​ວັນ​ດຽວ​ກັນ. ຮ່າງ​ກົດ​ໝາຍ​ດັ່ງກ່າວ​ຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ຮັດ​​ເຂັມ​ຂັດ​ທີ່​ບໍ່​ເຄີ​ຍມີ​ມາ​ກ່ອນ ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ລາຍ​ຈາຍ​ຂອງ​ລັດ ​ແລະ ​ເພີ່ມ​ພາສີອາ​ກອນ ​ເຊິ່ງ Athens ຕ້ອງປະຕິບັດ.

ຂ່າວ/ບົດ​ອື່ນ