Europol ເປີດບັ້ນບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ ເລັ່ງໃສ່ IS

(VOVWORLD) -  ວັນທີ 25 ພະຈິກ, ບັນດານັກໄອຍະການ ແບນຊິກ ໃຫ້ຮູ້ວ່າ ຕໍາຫຼວດປະເທດນີ້ ແລະ ອົງການຕໍາຫຼວດ ເອີຣົບ (Europol) ໄດ້ດໍາເນີນບັ້ນບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ ເພື່ອງເລັ່ງໃສ່ບັນດາຊ່ອງໂຄສະນາອອນລາຍໃນທົ່ວໂລກຂອງອົງການກໍ່ການຮ້າຍ ລັດອິດສະລາມອ້າງຊື່ເອງ (IS). 
Europol  ເປີດບັ້ນບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ ເລັ່ງໃສ່ IS - ảnh 1ຕໍາຫຼວດຈັບຕົວບັນດາຜູ້ຄົນຖືກສົງໄສວ່າເປັນກໍາລັງກໍ່ການຮ້າຍ  (ພາບ: AFP/TTXVN)

ບັ້ນບຸກໂຈມຕີດັ່ງກ່າວ ແມ່ນສ່ວນໜຶ່ງຂອງການສືບສວນ ໂດຍແບນຊິກດໍາເນີນ ເພື່ອແນໃສ່ Amaq ເຊິ່ງແມ່ນກົງຈັກໂຄສະນາຂອງ IS. ທ່ານ Eric van der Sypt ໂຄສົກຂອງອົງການໄອຍະການ ສະຫະພັນ ແບນຊິກ ໃຫ້ຂ່າວວ່າ ຕໍາຫຼວດແບນຊິກ ໄດ້ທໍາລາຍລະບົບໂປຼແກມໃນເຄື່ອງແມ່ຂອງ IS ຈໍານວນໜຶ່ງ, block ບັນຊີ ແລະ ເວັບໄຊ ໂດຍ IS ບໍລິຫານເປັນຈໍານວນຫຼາຍ.

        ໃນຂະນະນັ້ນ, ຖະແຫຼງການຂອງ Europol ຊີ້ແຈ້ງວ່າ ອົງການດັ່ງກ່າວ ໄດ້ຮ່ວມມືກັບ 9 ພື້ນຖານອິນເຕີແນັດໃຫຍ່ທີ່ສຸດໃນປັດຈຸບັນ ເຊິ່ງລວມມີ Google, Twitter, Instagram ແລະ Telegram ເພື່ອຕ້ານຄືນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ຂອງ IS.


ຕອບກັບ

ຂ່າວ/ບົດ​ອື່ນ