Eurozone ມີຄວາມວິຕົກກັງວົນຕໍ່ຂໍ້ຕົກລົງກູ້ຊ່ວຍເກຼັັກ

Eurozone ມີຄວາມວິຕົກກັງວົນຕໍ່ຂໍ້ຕົກລົງກູ້ຊ່ວຍເກຼັັກ - ảnh 1
(ພາບປະກອບ)

​(vovworld) - ​​​ຕອນ​ບ່າຍ​ວັນ​ທີ 22/06, ​ໃນການ​ເຈລະຈາ​ຂອງ​ບັນດາ​ລັດຖະ​ມົນຕີ​ການ​ເງິນ​ເຂດ​ນຳ​ໃຊ້​ສະ​ກູນ​ເງິນ​ເອີ​​ໂລ​ລວມ (Eurozone) ​ເພື່ອ​ກະ​ກຽມ​ໃຫ້​ໂຄງການ​ດຳ​ເນີນ​ງານ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ​ວິສາມັນ​ຂອງ Eurozone ​ກ່ຽວ​ກັບ​ສະພາບ​ການ​ຂອງ​ເກຼັກ ​ໄດ້​ສິ້ນ​ສຸດ​ລົງແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ​ເຖິງ​ວ່າຕາມ​ແຜນການ, ບັນດາ​ການ​ນຳ Eurozone ຈະ​ຈັດ​ກອງ​ປະຊຸມ​ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ນີ້, ​ແຕ່​ຄວາມ​ຫວັງ​ກ່ຽວ​ກັບ​ຂໍ້​ຕົກລົງ​ປ່ອຍ​ເງິນ​ໃຫ້​ເກຼັກ, ວົງ​ການ​ເຈົ້າ​ໜ້າ​ທີ່​ຂອງເຂດ​ນີ້​ໃຫ້​ຮູ້​ວ່າ, ຈະ​ບໍ່​ປຶກສາ​ຫາລືກັບ​ອາ​ເທ​ນ ​ແລະ ຢືນຢັນ​ວ່າ​ຂໍ້​ຕົກລົງ​ “​ໃຫ້ກູ້​ຢືມ​ເພື່ອ​ແລກ​ເອົາ​ການ​ປະຕິ​ຮູບ” ພຽງ​ບັນລຸ​ໄດ້​ເມື່ອ​ມັນ​ໄດ້​ຮັບ​ການ​ກະກຽມ​​ດ້ານ​ເຕັກນິກ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ລັດຖະມົນ​ຕີ​ກະຊວງ​ການ​​ເງິນ​ເທົ່າ​ນັ້ນ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ກ່າວ​ເຕືອນວ່າ, ກອງ​ປະຊຸມ​ສຸດ​ຍອດ​ວິສາມັນ​ຂອງ Eurozone ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນ​ຂອງ ​ເກັຼກ ອາດ​ຈະ​ດຳ​ເນີນ​ໄປ​ພາຍ​ໃຕ້​ຮູບ​ການ​ທາບ​ທາມ​ຄວາມ​ເຫັນ ຖ້າ​ບັນດາ​ເຈົ້າ​ໜີ້​ຂອງ​ອາ​​ແທນ ບໍ່​ເຫັນ​ດີ​ຕໍ່ບັນດາ​ຂໍ້​ສະ​ເໜີ​ປະຕິ​ຮູບ ​ເຊິ່ງປະ​ເທດ​ນີ້​ຫາ​ກໍ່ຍື່ນ​ສະ​ເໜີ​ໃນ​ຕອນ​ເຊົ້າ​ວັນ​ທີ 22/06.

ຂ່າວ/ບົດ​ອື່ນ