Eurozone ມີ​ໄພ​ຕົກ​ເຂົ້າ​ສູ່​ສຳ​ພາບ​ຊຸດ​ໂຊມ​ໃນ​ລະ​ດູ​ໜາວ

(VOVWORLD) -  EC ຍັງໄດ້ຍົກການຄາດຄະເນໄພເງິນເຟີ້ຂອງ Eurozone ໃນປີນີ້  ແລະ ປີ 2023 ແມ່ນຢູ່ໃນລະດັບ 8,5% ແລະ 6,1% ຕາມລຳດັບ.
Eurozone ມີ​ໄພ​ຕົກ​ເຂົ້າ​ສູ່​ສຳ​ພາບ​ຊຸດ​ໂຊມ​ໃນ​ລະ​ດູ​ໜາວ - ảnh 1

 ປຊຊ ຊື້ເຄື່ອງຢູ່ຮ້ານສັບພະສິນຄ້າຢູ່ ໂຣມ-ອີຕາລີ (ພາບ: THX/TTXVN)

   ວັນທີ 11 ພະຈິກ, ສະຫະພາບເອີລົບ (EU) ໄດ້ກ່າວເຕືອນວ່າ ເຂດສະກຸນເງິນລວມເອີລົບ (Eurozone) ອາດຈະ ຕົກເຂົ້າສູ່ສຳພາບຊຸດໂຊມໃນລະດູໜາວປີນີ້ ໃນສະພາບການໄພເງິນເຟີ້ຄາດວ່າຈະສືບຕໍ່ເພີ່ມຂຶ້ນຈົນຮອດປີ 2023 ຍ້ອນລາຄາພະລັງງານສູງ. ຄະນະກຳມະການເອີລົບ (EC) ຄາດຄະເນວ່າຄວາມຂາດສະຖຽນລະພາບ ແລະ ຄ່າໃຊ້ຈ່າຍເພີ່ມຂຶ້ນ ຈະຍູ້ Eurozone ແລະ ເກືອບທຸກປະເທດສະມາຊິກ ອີຢູ ຕົກເຂົ້າສູ່ສະພາບຊຸດໂຊມໃນໄຕມາດສຸດທ້າຍຂອງປີນີ້. ກ່ອນໜ້ານັ້ນ EC ຍັງໄດ້ຍົກການຄາດຄະເນໄພເງິນເຟີ້ຂອງ Eurozone ໃນປີນີ້  ແລະ ປີ 2023 ແມ່ນຢູ່ໃນລະດັບ 8,5% ແລະ 6,1% ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ