Eurozoneຕົກລົງຕໍ່ກຳນົດເວລາໜູນຊ່ວຍການເງິນໃຫ້ແກ່ເກຼັກ

Eurozoneຕົກລົງຕໍ່ກຳນົດເວລາໜູນຊ່ວຍການເງິນໃຫ້ແກ່ເກຼັກ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ເກຼັກ
(ພາບ: AP)

(​vovworld) – ວັນ​ທີ 20/2, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ບັນ​ດາປະ​ເທດ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣລວມ (Eurozone) ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່​ກຳ​ນົດ​ເວ​ລາ​ຕື່​ມ​ອີກ 4 ເດືອນ​ໃຫ້​ບ້ວງ​ເງິນ​ໜ​ູນ​ຊ່ວຍ​ສະ​ຫງວນ​ໃຫ້​ແກ່ ເກຼັກ ພາຍຫຼັງ​ກຳ​ນົ​ດ​ເວ​ລາ​ຂອງ​ບ້ວງ​ເງິນ​​ຫນູນ​ຊ່ວຍ​ຈະ​ໝົດ​ກຳ​ນົ​ດ​ເວ​ລາ​ໃນ​ເດືອນນີ້. ນີ້​ແມ່ນ​ຂໍ້​ຕົກ​ລົງ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະ​ຊຸມ​ດ່ວນ​ຄັ້ງ​ທີ 3 ຂອງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກາ​ນ​​ເງິນ Eurozone 19 ທ່ານ ກ່ຽວ​ກັ​ບ​ບັນ​ຫາ​ໜີ​້​​ສິນຂອງ ເກຼັກ, ສະ​ກັດ​ກັ້ນ​​ເລື່ອງ ເກຼັກ ອອກ​ຈາກ Eurozone.

        ຕາມ​ຂໍ້​ຕົກ​ລົງ​ທີ່​ຫາກໍ່​ບັນ​ລຸ​ໄດ້​ນັ້ນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກາ​ນ​​ເງິນ ຂອງ​ບັນ​ດາ​ປະ​ເທດ Eurozone ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັບ​ຂໍ້​ສະ​ເໜີ​ຕໍ່​ກຳ​ນົ​ດ​ເວ​ລາ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ສຳ​ລັບ ເກຼັກ ດ້ວ​ຍ​ເງື່ອນ​ໄຂ​ໃນ​ວັນ​ທີ 23/2 ຈະ​ມາ​ເຖິງ, ເກຼັກ ຕ​້ອງ​ຍົກ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ພື້ນ​ຖານ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ.

       

ຂ່າວ/ບົດ​ອື່ນ