EUກະຕຸກຊຸກຍູ້ເກຼັກໂຕ້ຕອບຄວາມປະນິປະນອມຂອງບັນດາເຈົ້າໜີ້

EUກະຕຸກຊຸກຍູ້ເກຼັກໂຕ້ຕອບຄວາມປະນິປະນອມຂອງບັນດາເຈົ້າໜີ້ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 15/6, ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) ໄດ້​ກະ​ຕຸກ​ຊຸກ​ຍູ້ ເກຼັກ ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ການ​ປະ​ນິ​ປະ​ນ​ອມ ກ່ອນນັ້ນ​ຂອງ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ, ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​​ກູ້ຊ່ວຍ​ປະ​ເທດນີ້​​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ໄພ​ລົ້ມ​ລະ​ລາຍ ແລະ ຕ້ອງ​ອອກ​ຈາກ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ​ລ​ວມ (Eurozone). ໂຄ​ສົກ​ຂອງ EC ທ່ານ​ນາງ Annika Brtidthardt ໃຫ້​ຮູ້​ວ່າ: ເກຼັກ ໄດ້​ຕົກ​ລົງ​​ຕົວ​ເລກບັນ​ດາ​​ຄາດ​ໝາຍ​ງົບ​ປະ​ມານ​ປີ 2015 ເຊິ່ງ EU ໄດ້​ວາງອ​ອກ, ​ໂດຍລະ​ອຽດ​ແມ່ນ​ຫລຸດ​ຜ່ອນບັນ​ຊີ​ງົບ​ປະ​ມານ​ແຕ່ 3% ລົງ​ເຫຼືອ​ພຽງ 1% ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP). ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ EU ຍັງ​ສົງ​ໄສ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດັ່ງ​ກ່າວ. ທ່ານ​ນາງ Brtidthardt ຕີ​ລາ​ຄາ​ສູງ​ຂໍ້​ສະ​ເໜີ​ເຊິ່ງ EU ແລະ ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ຍົກ​ອອກ​ມາ​ໃຫ້ ເກຼັກ ໃນ​ການ​ເຈ​ລະ​ຈາ​​ທີ່​ຫາກໍ່ສິ້ນ​ສຸດ​ລົງ​ເມື່ອ​ວັນ​ທີ 14/6, ​ໂດຍຖື​ວ່ານີ້​ບັນ​ດາ​ຂໍ້​ສະ​ເໜີນີ້​ສາ​ມາດ​ເປັນ​ໄປ​ໄດ້, ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຄວາມ​ຕ້ອງ​ກາ​ນ​ຂອງ​ປະ​ຊາ​ຊົນ, ລັດ​ຖະ​ບານ ເກຼັກ ກໍ່​ຄື 18 ປະ​ເທດ​ຍັງ​ເຫຼືອ​ຂອງ Eurozone. ສ່ວນຜູ້​ຕາງ​ໜ້າ​ລັດ​ຖະ​ບານ ເກຼັກ, ທ່ານ Gavrill Sakellaridis ຖະ​ແຫຼງວ່າ​ປະ​ເທດນີ້ບໍ່​ຢາກ​ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່​ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ໃໝ່​ກັບ​ບັນ​ດາ​ເຈົ້າ​ໜີ້ ແລະ ຈະ “ລໍ​ຄອຍ” ຮອດ​ຍາມ​ໃດ​ທີ່​ບັນ​ດາ​ເຈົ້າ​ໜີ້​ມີ​ທັດ​ສະ​ນະ “ແທດ​ຈິງ​ກ່​ວາ”.



ຂ່າວ/ບົດ​ອື່ນ