EU-ຍີ່ປຸ່ນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

EU-ຍີ່ປຸ່ນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ເນີນກອງ​ປະ​ຊຸມສຸດຍອດສະ​ຫະ​ພາບ ເອີ​ຣົບ(EU) - ຍີ່​ປຸ່ນ ​ຄັ້ງ​ທີ 22
(ພາບ:Kyodo/TTXVN)

(vovworld) - ວັນ​ທີ 7/5, ທີ່ບ​ຣຸກ​ແຊນ(ປະ​ເທດ ແບນ​ຊິກ), ໄດ້​ດຳ​ເນີນກອງ​ປະ​ຊຸມສຸດຍອດສະ​ຫະ​ພາບ ເອີ​ຣົບ(EU) - ຍີ່​ປຸ່ນ ​ຄັ້ງ​ທີ 22 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ເອີ​ຣົບ(EC) Herman Van Rompuy, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ຣົບ( EC) Jose Manuel Barroso ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ ຍີ່​ປຸ່ນ Shinzo Abe. ໃນ​ຖະ​ແຫຼງ​ຮ່ວມ​ພາຍຫຼັງ​ກອງ​ປະ​ຊຸມ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ຊຸກ​ຍູ້​ການ​ສົ່ງ​ອອກຜະ​ລິດ​ຕະ​ພັນ​ລົດ​ໂອ​ໂຕ, ໂທ​ລະ​ພາບ​ຂອງ ຍີ່​ປຸ່ນ ເຂົ້າ EU ແລະ ນຳເຂົ້າ​ຕະຫຼາດ ຍິ່​ປຸນ​ ບັນ​ດາ​ຜະ​ລິດ​ຕະ​ພັນເນີຍ​ແຂງ, ເຫຼົ້າ​ແວງ ຂອງ EU ຜ່ານ​ການ​ຍົກ​ເລີກບັນ​ດາ​ຮົ້ວ​ພາ​ສີ ແລະ ປອດ​ພາ​ສີ; ມາ​ນະ​ພະ​ຍາ​ຍາມ​ສຳ​ເລັດການ​ເຈ​ລະ​ຈ​າ​ສັນ​ຍາ​ການ​ຄ້າ​ເສ​ລີ EU - ຍີ່​ປຸ່ນ ໃນ​ປີ 2015.

     ນອກ​ຈາກນັ້ນ, ການ​ນຳ​ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການສົມ​ທົບກັນ​ເຄື່ອນ​ໄຫວ​​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ ຍີ່​ປຸ່ນ ແລະ ກຳ​ລັງ​ການທະ​ຫານຂອງ​ບັນ​ດາ​ປະ​ເທດ EU ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ພວກ​ປຸ້ນ​ສະ​ດົ​ມ​ຢູ່ທະ​ເລ Somali, ກວດ​ກາ​ການ​ສົ່ງ​ອອກ​ອາ​ວຸດ ແລະ ເຕັກ​ໂນ​ໂລ​ຊີ​ການ​ທະ​ຫານ. EU ແລະ ຍີ່​ປຸ່ນ ກໍ່​ຈະ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທາງ​ອິນ​ເຕີ​ແນັດ, ການ​ບິນອາ​ວະ​ກາດນັບ​ແຕ່ 6 ເດືອນ​ທ້າຍ​ປີ 2014.

     ຫຼັງ​ຈາກ ເຢຍ​ລະ​ມັນ, ອັງ​ກິດ, ປອກ​ຕຸຍ​ການ, ແອ​ດ​ສະ​ປາຍ ແລະ ຝ​ລັ່ງ, ແບນ​ຊິກ ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ເອີ​ຣົບ ເປັນ​ເວ​ລາ 9 ວັນຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ກັບ EU. ​



ຂ່າວ/ບົດ​ອື່ນ