EUດຳເນີນກອງປະຊຸມດ່ວນ

EUດຳເນີນກອງປະຊຸມດ່ວນ - ảnh 1
(ພາບປະກອບ: Telegraph)

(vovworld) – ​ວັນ​ທີ 09/11, ສະຫະພາບ​ເອີ​ລົບ (EU) ​ໄດ້​ດຳ​ເນີນ​ກອງ​ປະຊຸມດ່ວນ​ຂັ້ນ​ລັດຖະມົນຕີ​​ຢູ່​ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ​​ເພື່​ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ອົບ​ພະຍົບທີ່​ຮ້າຍ​ແຮງ​ຢູ່​ທະວີບ​ນີ້. ໜຶ່ງ​ໃນ​ບັນດາ​ແຜນການ​ທີ່​ໄດ້​ວາງ​ອອກ​ນັ້ນ​​ແມ່ນ​ສ້າງ​ຕັ້ງ​ບັນດາ​ສູນ​​​ແບ່ງປະ​ເພ​ດຢູ່​ນອກ​ຊາຍ​ແດນ EU ​ເພື່ອ​ສະກັດ​ກັ້ນ​ຂະ​ບວນຊາວ​ອົບ​ພະຍົບ​​ເຂົ້າ​ມາ EU ເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ກອງ​ປະ​ຊຸມ, ທ່ານ​ລັດຖະມົນ​ຕີ ລຸກ​ຊຳ​ບວກ Jean Asselbornho, ປະທານ​ກອງ​ປະຊຸມ​ຢູ່​ບຣຸ​ກ​ແຊນ ​ໃຫ້​ຮູ້​ວ່າ, EU ພວມ​ຄິດ​ໄລ່​ເຖິງ​ຄວາມ​ສາມາດການ​ສ້າງ​ຕັ້ງ​ບັນດາ​ສູນຕ້ອນ​ຮັບ ​ແລະ ​ແບ່ງ​ປະ​ເພດຢູ່​ບັນດາ​ປະ​ເທດ​ທາງ​ຜ່ານຢູ່​ນອກ​ຊາຍ​ແດນ EU, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ Balkan, ​ເພື່ອ​ພິຈາລະນາ​ໃບ​ຂໍ​​ຫຼົບ​ໄພຂອງ​ບັນດາຊາວ​ອົບ​ພະ​ຍົບ. ພາຍຫຼັງ​ຕ້ອນຮັບ ​ແລະ ພິຈາລະນາ, ບັນດາ​ສູນ​ດັ່ງກ່າວ​ຈະ​ຕົກລົງ​ຮັບ​ໃບ​ຂໍ​​ຫຼົບ​ໄພ ຫຼື ບັງຄັບ​ໃຫ​້ຊາວ​ອົບ​ພະ​ຍົບຕ້ອງກັບຄືນ​ເມື່ອ​ປະ​ເທດ.

ຂ່າວ/ບົດ​ອື່ນ