EUຕັດສິນໃຈຊ່ວຍເກຼັກມີທີ່ຕັ້ງໝັ້ນຄົງໃນEurozone

EUຕັດສິນໃຈຊ່ວຍເກຼັກມີທີ່ຕັ້ງໝັ້ນຄົງໃນEurozone - ảnh 1
ພາບ​ປະ​ກອບ

(vovworld) – ສະ​ຫະ​ພາບ ເອີ​ລົບ (EU) ຢັ້ງ​ຢືນ​ຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສືບ​ຕໍ່​ຮັກ​ສາ ເກຼັກ ​​ໃຫ້​ມີ​ທີ່​ຕັ້ງ​ໝັ້ນ​ຄົງ​ໃນ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ​ ເອີ​ລົບ ລວມ (Eurozone). ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 15/12, ໂຄ​ສົກ​ຂອງ EU ໃຫ້​ຮູ້​ວ່າ: ວິ​ທີ​ການ​ໜຶ່ງ​ດຽວ​ເຊິ່ງ​ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) ພວມ​ເດີນ​ຕາມ​ແມ່ນ​ມາ​ນະ​ພະ​ຍາ​ຍາມ​ຊ່ວຍ ເກັ​ຼກ ສືບ​ຕໍ່ມີ​ຄວາມ​ໝັ້ນ​ຄົງ​ໃນ​ສະ​ຫະ​ພັນ​ນີ້​ໄດ​້. ຖະ​ແຫຼງ​ການ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ມີ​ຄວາມ​ວິ​ຕົກ​ວັງ​ວົນຫຼາຍ​ຢ່າງ​ຖື​ວ່າ: ຄວາມ​ສັບ​ສົນ​ໃນ​ບັນ​ດາ​ຕະຫຼາດ​ການ​ເງິນ​ຢູ່ Athens ອາດ​ຈະ​ເຮັດ​ໃຫ້​ປະ​ເທດ​​ເກຼັກ​ຕ້ອງ​ອອກ​ຈາກ Eurozone. ​ທ່ານ Piere Moscovici, ກຳ​ມະ​ການເອີ​ລົບ ຮັບ​ຜິດ​ຊອບ​ບັນ​ຫາ​ເສດ​ຖະ​ກິດ ແລະ ບັນ​ດາ​ບັນ​ຫາ​ການ​ເງິນ ພວມ​ມີ​ໜ້າ​ຢູ່ ເກັ​ຼກ ເພື່ອ​ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິງ​ຢູ່ນີ້.

ຂ່າວ/ບົດ​ອື່ນ