EUຢັ້ງຢືນຈະປົກປ້ອງສິດຂອງແມ່ຍິງຢ່າງບໍ່ຢຸດຢັ້ງ

EUຢັ້ງຢືນຈະປົກປ້ອງສິດຂອງແມ່ຍິງຢ່າງບໍ່ຢຸດຢັ້ງ - ảnh 1
ພາບ​ປະ​ກອບ:baomoi.com

(vovworld)- ໃນ​ຖະ​ແຫລງ​ການ​ຮ່ວມ​ອອກ​ໃນ​ວັນ​ທີ 7/3, ສະ​ຫະ​ພາບ​ເອີ​ລົບ (EU) ຢັ້ງ​ຢືນ​ຈະ​ມີ​ການ​ກະ​ທຳ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ປົກ​ປ້ອງ​ສິດ​ຂອງ​ແມ່​ຍິງ ຄຽງ​ຄູ່​ກັບ​ການມອບ​ໃຫ້​ເພດ​ຍິງ​ມີ​ພາ​ຫະ​​ນະ​ການ​ກະ​ທຳຫລາຍ​ຢ່າງ​ໃນ​ພາ​ລະ​ກິດ​ຕ້ານ​ການ​ຈຳ​ແນກ​ປະ​ພຶດ​ຕໍ່ ແລະ ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ. ຖະ​ແຫລງ​ການ​ຮ່ວມ​ໃຫ້​ຮູ້​ວ່າ: EU ກຳ​ນົດ​ວ່າ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄ​ຫລ່​ກັບ​ແມ່​ຍິງ ເອີ​ລົບ ແລະ ໃນ​ທົ່ວ​ໂລກ ນັບ​ແຕ່​ຊຸມມື້​​ທຳ​ອິດ​ແຫ່ງ​ການ​ສ້າງ​ຕັ້ງ. ກ່ອນນີ້ 60 ປີ, ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງຍິງ ຊາຍ ໄດ້​ລະ​ບຸ​ໄວ້​ໃນ​ສົນ​ທິ​ສັນ​ຍາ Rome ຄື​ດັ່ງ​ຫນຶ່ງ​ໃນ​ບັນ​ດາ​ຄຸນ​ຄ່າ​ພື້ນ​ຖານ​ຂ​ອງ EU.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ