EUຮັບຮອງເອົາກົນໄກຮີບດ່ວນກ່ຽວກັບເລື່ອງຢຸດຕິການຍົກເວັ້ນວີຊາໃຫ້ພົນລະເມືອງຕວກກີ

EUຮັບຮອງເອົາກົນໄກຮີບດ່ວນກ່ຽວກັບເລື່ອງຢຸດຕິການຍົກເວັ້ນວີຊາໃຫ້ພົນລະເມືອງຕວກກີ - ảnh 1
(ພາບປະກອບຈາກ Getty).

(vovworld) – ວັນ​ທີ 20/5, ບັນດາ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂ​ອງສະຫະພາບ ​ເອີ​ລົບ​ (ອີ​ຢູ)​ ​ໄດ້​ຮັບ​ຮອງ​ເອົາ​ກົນ​ໄກ​ຮີບ​ດ່ວນ, ຕາມ​ນັ້ນ​ແລ້ວ​​ແມ່ນອະນຸຍາດ​ໃຫ້​ບັນດາ​ປະ​ເທດ ​ເອີ​ລົບ​ ຢຸດຕິ​ການ​ຍົກ​ເວັ້ນ ວີ​ຊາ​ເຂົ້າ​ທະວີບ​ນີ້​ສຳລັບ​ພົນລະ​ເມືອງ ຕວກກີ ​ແລະ ບັນດາ​ປະ​ເທດ​ອື່ນໆ​​ໃນ​ທັນທີ, ຖ​້າຫາກ​ບັນດາ​ປະ​ເທດ​ນີ້​ລະ​ເມີດ​ບັນດາ​ເງື່ອນ​ໄຂ​ຕົ້ນ​ຕໍ​ຂອງ ອີ​ຢູ. ກົນ​ໄກ​ດັ່ງກ່າວ​ຈະ​ອະນຸຍາດ​ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ຢຸດຕິ​ໂຄງການ​ຍົກ​ເວັ້ນ ວີ​ຊາ ສຳລັບ ພົນລະ​ເມືອງ ຕວກກີ ຖ້າ​ຫາກ​ມີ​ຊາວ​ອົບ​ພະຍົບຕວກກີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ອາ​ໄສ​ຢ່າງ​ຜິດ​ກົດໝາຍ​ໃນ ອີ​ຢູ ຫຼື ຖ້າ​ມີ​​ໃບ​ຄຳຮ້ອງ​ຂໍ​ລີ້​ໄພ​ຂອງ​ຊາວ​ ຕວກກີ ​ເປັນຈຳນວນ​ຫຼາຍ.  ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ໂຮ​ນລັງ Klaas Dijkhoff ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ​ຂອງ ອີ​ຢູ, ຖື​ວ່າ​ກົນ​ໄກ​​ໃໝ່​ນີ້​ຈະ​ສ​້າງ​ເງື່ອນ​ໄຂສະ​ດວກ​ຊ່ວຍ​ໃຫ້ ອີ​ຢູ ​ແກ້​ໄຂ​ສະພາບ​ການ​ສວຍ​ໃຊ້​ບັນດາ​ຂໍ​້ມາດຕາ​ໃນ​ຂໍ້​ຕົກລົງ​ອົບພະຍົບ.


ຂ່າວ/ບົດ​ອື່ນ