EUຮັບຮອງເອົາຂໍ້ຕົກລົງເຊັນສັນຍາການຄ້າແລະເສດຖະກິດຮອບດ້ານລະຫວ່າງEUແລະການາດາ(CETA)

EUຮັບຮອງເອົາຂໍ້ຕົກລົງເຊັນສັນຍາການຄ້າແລະເສດຖະກິດຮອບດ້ານລະຫວ່າງEUແລະການາດາ(CETA) - ảnh 1
EU ຮັບຮອງເອົາຂໍ້ຕົກລົງເຊັນສັນຍາ CETA
(ພາບ: EPA/ TTXVN)


(vovworld)- ຄ່ຳ​ຄືນ​ວັນ​ທີ 28/10, 28 ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ເຖິງ ສັນ​ຍາ​ການ​ຄ້າ​ແລະ​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງEUແລະ​ກາ​ນາ​ດາ(CETA). ທ່ານ​ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີ Slovakia, ປະ​ທານ​ໝູນ​ວຽນ​ຂອງ EU ໄດ​້​ເນ​ັ້ນ​ຫນັກ​ວ່າ: ສັນ​ຍາ CETA ເປັນ​ຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ເດີນ​ສ​ຳ​ຄັນໃນ​ນະ​ໂບ​ບາຍ​ການ​ຄ້າ​ຂອງ EU ແລະ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ EUໃນ​ນະ​ໂຍ​ບາຍນີ້. ນອກນັ້ນ ເລື່ອງ​ຮັບ​ຮອ​ງ​ເອົາ​ສັນ​ຍາ​ດັ່ງ​ກ່າວ ຈະ​ເປ​ີດ​ຄວາມ​ສາ​ມາດ​ເຈ​ລະ​ຈາ​ເພ່ື່ອ​ເຊັນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃນ​ອະ​ນາ​ຄົດ. ທ່ານ Donal Tusk, ປະ​ທ​ານ​ສະ​ພາ​ເອີ​ລົບ ປະ​ກາດ​ວ່າ EU ແລະ ກາ​ນາ​ດາ ຈະ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ໃນ​ວັນ​ທີ 30/10 ເພື່ອ​ເຊັນ​ສັນ​ຍາ CETA.

ຂ່າວ/ບົດ​ອື່ນ