EUເພີ່ມກຳລັງດັນຕໍ່ກັບລັດເຊຍກ່ຽວຂ້ອງເຖິງບັນຫາຊີຮີ

EUເພີ່ມກຳລັງດັນຕໍ່ກັບລັດເຊຍກ່ຽວຂ້ອງເຖິງບັນຫາຊີຮີ - ảnh 1
ະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ Jean-Claude Juncker ແລະ ປະ​ທານ​ສະ​ພາ​ເອີ​ລົບ  Donald Tusk 
(ພາບ: AFP/TTXVN)

(vovworld)- ໃນ​ວັນ​ທີ 20/10, ທີ່ກອງ​ປະ​ຊຸມ​ສຸດຍອດ ຂອງ​ສະ​ຫະ​ພາບ​ເອີ​ລົບ (EU) ​ທີ່ພວມ​ດຳ​ເນີນ ຢູ່ Brussels (ແບນ​ຊິກ), ການ​ນຳ​ບັນ​ດາ​ປະ​ເທດ EU ກ່າວ​ເຕືອນ​ວ່າ: ພວມຊັ່ງ​ຊາ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ຕ້ານ​ຄືນ​ລັດ​ເຊຍ ກ່ຽວ​ຂ້ອງ​ເຖິງ​ບົດ​ບາດ​ຂອງ​ປະ​ເທດນີ້ ຢູ່​ຊີ​ຣີ. ທ່ານ Donald Tusk ໃຫ້​ຮູ້​ວ່າ: ສະ​ຫະ​ພາບ​ເອີ​ລົບ ເພື່ອ​ເປີດທຸກ​ການ​ຄັດ​ເລືອກ, ໃນ​ນັ້ນ​ມີ​ບັນ​ດາ​ມາດ​ຕະ​ການ​ປາບ​ປາ​ມ​ໂລກ​ໂທດ. ທ່ານ​ປ​ະທາ​ນາ​ທິ​ບໍ​ດີຝ​ຣັ່ງ Francois Hollandde ກໍ່​ມີ​ທັດ​ສະ​ນະຄ້າຍຄື​ກັນ​ເມື່ອ​ຖະ​ແຫຼງ​​ວ່າ: “​​ການ​ຄັດ​ເລືອກ ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ຕິ​ເສດເມື່ອ​ຄຳ​ສັ່ງ​ຢຸດ​ຍິງບໍ່​ໄດ້​ຮັບ​ການ​ເຄົາ​ລົບ”. ທ່າ​ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ  Theresa May ຮຽກ​ຮ້ອງ​ໃຫ້ EU  ສາ​ມັກ​ຄີ​​ກັນໃນສະ​ຖາ​ນະ​ການ ຢູ່ ຊີ​ຣີ ​ປັດ​ຈຸ​ບັນນີ້. ສຳ​ນັກ​ຂ່າວ​ AFP ໄດ້​ຄັດ​ສະ​ເໜ​ີຮ່າງ​ຖະ​ແຫຼງ​ການ​ຮ່ວມ ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ນຳ EU ພວມ​​ຊັ່ງ​ຊາບັນ​ດາ​ມາດ​ຕະ​ການ​​ລົງ​ໂທດ ແກ່​​ຜູ້​ສຳ​ໜັບ​ສະ​ໜູນ​ອຳ​ນາດ​ການ​ປົກ​ຄອງ ຂອງ​​ ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Bashar al-Assad  ຖ້​າຫາກບໍ່​ຢຸດ​ຕິບັນ​ດາ “ການ​ກະ​ທຳ​ທີ່​ໂຫດ​ຮ້າຍ”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສຳ​ນັກ​ຂ່າວ TASS ຂອງ​ລັດ​ເຊຍ ໄດ້ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດ​ເຊັກ​ໂກ Boguslav Sobotka ທີ່ພວມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ EU  ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ບໍ່​ໄດ້​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​​ລົງ​ໂທດ​ໃໝ່.


ຂ່າວ/ບົດ​ອື່ນ