EUເພີ່ມທະວີການຮ່ວມມື, ໜູນຊ່ວຍຫວຽດນາມບັນລຸບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ

EUເພີ່ມທະວີການຮ່ວມມື, ໜູນຊ່ວຍຫວຽດນາມບັນລຸບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ​ ຕ້ອນຮັບ​
​ທ່ານ​ປະທານ​ອະນຸ​ກຳມະການ Pier Antonio Panzeri
(ພາບ: daibieunhandan.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 22/2, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ, ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ອະນຸ​ກຳມະການ​ສິດທິ​ມະນຸດ, ກຳມາ​ທິການ​ການ​ຕ່າງປະ​ເທດ​ ລັດຖະສະພາ​ເອີ​ລົບ ​ໂດຍ​ທ່ານ​ປະທານ​ອະນຸ​ກຳມະການ Pier Antonio Panzeri ​ເປັນ​ຫົວໜ້າ​ຄະນະ, ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສະຫະພາບ​ເອີ​ລົບ (PCA) ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການນັ້ນ ​ໄດ້​ສ້າງ​ກອບ​ກົດໝາຍ​ທີ່ສຳຄັນ, ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ໄລຍະ​ໃໝ່, ​ແຫ່ງ​ການຮ່ວມ​ມື​ຮອບດ້ານ ​ແລະ ​ເລິກ​ເຊິ່ງກວ່າ. ທ່ານ​ນາງ​ຫວັງ​ວ່າ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU ຈະ​ໄດ້​ຮັບ​ການ​ລົງ​ນາມຢ່າງ​ເປັນ​ທາງ​ການ ​ແລະ ​ເຊັນ​ອະນຸມັດ​ໂດຍ​ໄວ. ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ເຄົາລົບ​ນັບຖື ​ແລະ ປົກ​ປ້ອງ​ສິດ​ຂອງ​ມະນຸດ.

        ສ່ວນທ່ານ​ປະທານ​ອະນຸ​ກຳມະການ Pier Antonio Panzeri ​ໃຫ້​ຮູ້​ວ່າ, ​ໄລຍະ​ຈະ​ມາ​ເຖິງ, EU ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ ຫວຽດນາມ ​ເພື່ອ​ບັນລຸ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະ​ຫະ​ປະຊາ​ຊາດ, ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສັນຍາ ປາຣີ ກ່ຽວ​ກັບ​ການ​ຫຼຸດຜ່ອນການ​ປ່ອຍ​​ອາຍ​ແກ​ສ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ