EUເຫັນດີຕໍ່ຫຼັກໝັ້ນລວມກັບຕວກກີກ່ຽວກັບບັນຫາຊາວອົບພະຍົບ

EUເຫັນດີຕໍ່ຫຼັກໝັ້ນລວມກັບຕວກກີກ່ຽວກັບບັນຫາຊາວອົບພະຍົບ - ảnh 1
(ພາບ​ປະ​ກອບ: AP)

(vovworld) - ຕອນ​ຄ່ຳ​ວັ​ນ​ທີ 17/03, ​ທີ່ກອງ​ປະ​ຊຸມ​ຢູ່ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ບັນ​ດາ​ການ​ນຳ​ໃນ​ສະ​ຫະ​ພາບ​ເອີ​ລົບ (EU) ​ເຫັນ​ດີ​ຕໍ່​ຫຼັກ​ໝັ້ນ​ລວມເພື່ອ​​ນຳ​ສະ​ເໜີ​ຕໍ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕວກ​ກີ Ahmet Davutoglu, ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ພວມ​ປີນ​ຂັ້ນ​ໄດ. ສຳ​ນັກ​ຂ່າວ​ສານ Reuters ໃຫ້​ຮູ້​ວ່າ​ ໃນ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ, ບັນ​ດາ​ການ​ນຳ EU ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ​ຈະ​ປະ​ນີ​ປະ​ນ​ອ​ມ​ກ່ຽວ​ກັບ​ດ້ານ​ການ​ເງິນ ແລະ ການ​ເມືອງ​ກັບ​ຕວກ​ກີ ຖ້າ​ຫາກ Ankara ສະ​ກັດ​ກັ້ນ​ກະ​ແສຊາວ​ອົບ​ພະ​ຍົບ​​ທີ່ພວມ​ຊອກ​ຫາ​ວິ​ທີ​ເພື່ອ​ເຂົ້າ​ເກຼັກ. EU ກໍ​ໄດ້​ຍູ້​ແຮງວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບເລື່ອງ​ຮັບ​ເອົາ​ຕວກ​ກີ ​ເຂົ້າເປັນ​ສະ​ມາ​ຊິກ, ກໍ​ຄື​ພິ​ຈ​​າລະ​ນາ​ໂຄງ​ການ​ຍົກ​ເລີກ​ວີ​ຊາ ໃຫ້​ພົນ​ລະ​ເມືອງ​ຕ​ວກ​ກີ ເມື່ອ​ໄປ​ທ່ອງ​ທ່ຽວ​ເຖິງ​ບັນ​ດາ​ປະ​ເທດ EU.

        ຕາມ​ແຜນ​ການ, ວັນ​ທີ 18/03, ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Davutoglu ​ໄດ້ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົມ​ຊ້ອນ, ໃນ​ນັ້ນ​ລວມ​​ທັງ​ບັນ​ດາ​ມາດ​ຕະ​ການ​ເພື​່ອ​ສະ​ກັດ​ກັ້ນ​ຊາວ​ອົບ​ພະ​ຍົບ​​ລັ່ງ​ໄຫຼເຂົ້າ​ເອີ​ລົບ ຜ່ານ​ຕວກ​ກີ.

ຂ່າວ/ບົດ​ອື່ນ