EUເຫັນດີເພີ່ມທະວີການຕ້ານການກໍ່ການຮ້າຍ

EUເຫັນດີເພີ່ມທະວີການຕ້ານການກໍ່ການຮ້າຍ - ảnh 1
ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk
(ພາບ​ປະ​ກອບ: sigmalive)

(vovworld) - ວັນ​ທີ 18/12, ບັນ​ດາ​ການ​ນຳ​ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ສິ້ນ​ສຸດກອງ​ປະ​ຊຸມ​ສຸດຍອດ​ສຸດ​ທ້າຍ​ໃນ​ປີ 2015 ດ້ວຍ​ເລ​ື່ອງ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ບັ້ນ​​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ ແລະ ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງສົມ​ເຫດ​ສົມ​ຜົນ ແລະ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ເລື່ອ​ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ​ສືບ​ຕໍ່​ເຂົ້າ​ຮ່ວມ EU. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ພາຍ​ຫຼັງ​ສິ້ນ​ສຸດກອງ​ປະ​ຊຸມ​ຢູ່ບ​ຣ​ຸກ​ແຊນ, ປະ​ເທດ​ແບ​ນ​ຊິກ, , ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ໃຫ​້​ຮູ້​ວ່າ, ການ​ນຳ 28 ປະ​ເທດ EU ​ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທ​ະ​ວີ​ການ​ແລກ​ປ່ຽນ​ຂ​ໍ້​ມູນ​ຂ​່າວ​ສານ ກໍ​ຄືເພີິ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ບັນ​ດາ​ປະ​ເທດ​ເອີ​ລົບ. ພ້ອມ​ກັນ​ນັ້ນ, EU ຈະ​ຮີບ​ເຮັ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ອາ​ຟະ​ລິ​ກາ​ເໜືອ, ອາ​ຟະ​ລິ​ກາ​ກາງ, ຕວກ​ກີ ແລະ ບັນ​ດາ​ປະ​ເທດ ​ຕາ​ເວັນ​ຕົກ​ເຂດ Balkan ໃນ​ການ​ຕ​ໍ່​ສູ້​ຕ້ານກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ