EUແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງນະຄອນໂຮ່ຈິມິນ

EUແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ: TTXVN)

(vovworld) – EU​ ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ນະຄອນ​ໂຮ່ຈິ​ມິນ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄ​ອນ​​ໂຮ່ຈິ​ມິນ ​ເລ​ແທງ​ລຽມ, ທີ່​ການ​ພົບ​ປະ​ກັບ​ທ່ານ Nicola Connolly, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຫະກິດ​ເອີ​ລົບ ປະຈຳ​ຫວຽດນາມ (Eurocham), ​​ໃນ​ວັນ​ທີ 03/11. ທ່ານ Nicola Connolly ຖື​ວ່າ, ການ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ Eurocham ​ແລະ ສະມາຄົມ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ​ເອີ​ລົບ​ເໜືອ, ​ເອີ​ລົບ​ກາງ ​ແລະ ​ເອີ​ລົບ​ຕາ​ເວັນ​ອອກ, ​ເຍຢລະ​ມັນ, ຝລັ່ງ… ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງນະຄອນ​ໂຮ່ຈິ​ມິນ ບັນດາ​ມາດ​ຕະການ​ຕ່າງໆ​​ເພື່ອໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດສະມາຊິກ​ມີ​ປະສິດທິ​ຜົນ​ກວ່າ, ຄຽງ​ຂ້າງ​ຂັ້ນ, ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ເອີ​ລົບ ອັບ​ເດັດ​ຂໍ້​ມູນ​ຂ່າວ, ບັນດາ​ນະ​ໂຍບາຍ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຈາກ​ນັ້ນ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ​ດຳ​ເນີນ​ທຸລະ​ກິດ​ຢູ່​ນະຄອນ​​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ​​ໃນ​ໄລຍະ​ຈະ​ມາ​ເຖິງ.

      ​ໄລ່​ຮອດ​ເດືອນ 10/2015, EU ມີ 656 ​ໂຄງການ​ລົງທຶນ​ເຂົ້າ​ນະຄອນ​ໂຮ່ຈິ​ມິນ, ດ້ວຍ​ຍອດ​​ເງິນ​ລົງທຶນທັງ​ໝົດ​ແມ່ນ 4,3 ຕື້ USD.

ຂ່າວ/ບົດ​ອື່ນ