EUແລະອາຊຽນຊຸກຍູ້ການຮ່ວມມືແລະເຈລະຈານະໂຍບາຍກ່ຽວກັບບັນດາສິດຂອງມະນຸດ

EUແລະອາຊຽນຊຸກຍູ້ການຮ່ວມມືແລະເຈລະຈານະໂຍບາຍກ່ຽວກັບບັນດາສິດຂອງມະນຸດ - ảnh 1
(ພາບປະກອບ)

(vovworld) – ຄະນະເລຂາອາຊຽນ (ASEC) ​ແລະ 4 ຄະນະກຳມະການ​ຂອງ​ອາ​ຊຽນ ຫາ​ກໍ​ມີ​ການຢ້ຽມຢາມ​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ໃນ​ລະຫວ່າງ​ວັນ​ທີ 19 – 25/10. ນີ້​ແມ່ນ​ການ​ຢ້ຽມຢາມ​​ຄົ້ນ​ຄວ້າ​ປະຈຳ​ປີ, ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ ສະຫະພາບ​ເອີ​ລົບ (EU); ​ແລ​ກປ່ຽນ​ທັດສະນະ​ກັບ​ບັນດາ​ສະມາຊິກ​ຂອງ​ລັດຖະສະພາ​ເອີ​ລົບ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ສິດທິ​ມະນຸດ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ແບນ​ຊິກ ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ຜູ້ຕາງໜ້າ​ສະພາ​ເອີ​ລົບ ​ແລະ ອົງການ​ຈັດ​ຕັ້ງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ບັນດາ​ເຈົ້າໜ້າ​ທີ່ EU ​ແລະ ອາ​ຊຽນ ​ໄດ້​ຈັດການ​ເຈລະຈາ​ນະ​​ໂຍບາຍທຳ​ອິດ​​ກ່ຽວ​ກັບ​ສິດທິ​ມະນຸດ ​ເພື່ອ​​ແນ​ໃສ່​ແບ່ງປັນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ພາກ​ພື້ນ. 2 ຝ່າຍ​ໄດ້​​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຫົວ​ຂໍ້​ຄື: ບັນດາ​ບາດກ້າວ​ພັດທະນາ​ຫວ່າງ​​ມໍ່ໆ​ມາ​ນີ້​ຢູ່ EU ​ແລະ ອາ​ຊຽນ; ສິດ​ຂອງ​ຊາວ​ອົບ​ພະຍົບ, ​ແມ່ຍິງ, ​ເດັກ​ໜ້ອຍ, ຄົນ​ພິການ ​ແລະ ຜູ້​ເຖົ້າ​ຜູ້​ແກ່… ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ອາ​ຊຽນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງ​ໜ້າ​ບັນ​ວິ​ສາ​ຫະກິດ​ເອີ​ລົບ ກ່ຽວ​ກັບ​ຄວາມຮັບ​ຜິ​ດຊອບສຳລັບ​ສັງຄົມ ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ອື່ນໆ​ອີກ. ທີ່​ບັນດາ​ເຫດການ, ​ເຈົ້າໜ້າ​ທີ່​ອາ​ຊຽນ ​ແລ​ະ EU ​ໄດ້​ເຫັນ​ດີ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ເປັນ​ປະຈຳ​ກວ່າ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ບັນດາ​ບັນຫາ​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ