EUໃຫ້ຄຳໝັ້ນສັນຍາໜູນຊ່ວຍການພັດທະນາແບບຍືນຍົງໃຫ້ບັນດາປະເທດສະມາຊິກCELAC

EUໃຫ້ຄຳໝັ້ນສັນຍາໜູນຊ່ວຍການພັດທະນາແບບຍືນຍົງໃຫ້ບັນດາປະເທດສະມາຊິກCELAC - ảnh 1
(ພາບປະກອບ)

​(vovworld) - ທີ່​ວາລະ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ຫະພາບ​ເອີ​ລົບ - ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ​ເຂດກາຣີ​ເບ (EU - CELAC) ວັນ​ທີ 11/06 ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ຄະນະ​ກຳ​ມະການ​ເອີ​ລົບ ​ໄດ້​​ແຈ້ງ​​ໃຫ້​ຊາບກ່ຽວ​ກັບ​ບ້ວງ​​ເງິ​ນໜູນ​ຊ່ວຍ​ໃໝ່​ທີ່ມີ​ມູນ​ຄ່າ 230 ລ້ານ​ເອີ​ໂລ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດທະນາ​​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ​ນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການນັກ​ຂ່າວ, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jean Claude Juncker ​ເນັ້ນ​ໜັກ​ວ່າ, ຍາມ​ໃດ EU ກໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຊຸກຍູ້​ວິວັດທະນາ​ການ​ພັດທະນາ​​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ CELAC. ພ້ອມ​ກັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ໃຫ້​ການລົງທຶນ ​ແລະ ວິ​ສາ​ຫະກິດ​​ເຊິ່ງໄດ້ປະກາດ​ກ່ອນ​ໜ້າ​ນັ້ນ​ແລ້ວ, ຍອດ​ບ້ວງ​ເງິນ​ໜູນ​ຊ່ວຍ​ຂອງ EU ທີ່​ສະຫງວນ​ໃຫ​້​ພາກ​ພື້ນ CELAC ຢູ່ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​​ເພີ່ມຂຶ້​ນເຖິງ 700 ລ້ານ​ເອ​ີໂລ. Bolivia, Honduras ​ແລະ Colombia ​ແມ່ນ​ບັນດາ​ປະ​ເທດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຫຼາຍ​ກວ່າ​ໝູ່. ນອກຈາກ​ນັ້ນ, ​ໃນ​ຖະ​ແຫຼ​ງການ​ຮ່ວມສິ້ນ​ສຸດ​ກອງ​ປະຊຸມ EU – CELAC ​ເປັນ​ເວລາ 2 ວັນ​ຢູ່​ບຣຸກ​ແຊນ, EU ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາຣີ​ເບ ​ໄດ້​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ທີ່​ແກ່​ຍາວ​ຫຼາຍທົດ​ສະ​ວັດ​ຜ່ານ​ມາສຳລັບ​ກຸຍ​ບາ.

ຂ່າວ/ບົດ​ອື່ນ