EVFTA: ກາລະໂອກາດເປີດກ້ວາງໃຫ້ແກ່ສິນຄ້າ ຫວຽດນາມ ເຂົ້າເອີລົບ

(VOVWORLD) - ເລື່ອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ມີຜົນສັກສິດ ແຕ່ວັນທີ 1 ສິງຫາ 2020, ແມ່ນໜຶ່ງໃນບັນດາປັດໄຈສຳຄັນນຳມາໃຫ້ຜົນປະໂຫຍດແກ່ທັງ 2 ຝ່າຍ.
EVFTA: ກາລະໂອກາດເປີດກ້ວາງໃຫ້ແກ່ສິນຄ້າ ຫວຽດນາມ ເຂົ້າເອີລົບ - ảnh 1(ພາບປະກອບ: Đình Huệ/TTXVN)

ໃນໄລຍະຜ່ານມາ, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການນຳບາງປະເພດສິນຄ້າຜະລິດຕະພັນກະເສດເຂົ້າຕະຫຼາດສະຫະພາບເອີລົບ (EU), ໃນນັ້ນມີສິນໃນນ້ຳ, ບາງປະເພດສິນຄ້າ ແລະ ພິເສດແມ່ນເຂົ້າສານ. ຕາມທ່ານ ເຈິ່ນງອັກກວນ, ທູດການຄ້າ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ ແລະ EU ແລ້ວ, ເລື່ອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ມີຜົນສັກສິດ ແຕ່ວັນທີ 1 ສິງຫາ 2020, ແມ່ນໜຶ່ງໃນບັນດາປັດໄຈສຳຄັນນຳມາໃຫ້ຜົນປະໂຫຍດແກ່ທັງ 2 ຝ່າຍ.

        ທ່ານ ເຈິ່ນງອັກກວັນ ໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ, ພາຍຫຼັງ EVFTA ມີຜົນສັກສິດ, ການຄ້າສອງສົ້ນໄດ້ເຕີບໂຕ. ຫວຽດນາມ ເພີ່ມການສົ່ງອອກໄປຍັງ ເອີລົບ  ພ້ອມທັງສ້າງເງື່ອນໄຂນີ້ເພື່ອໃຫ້ທະວີບນີ້ເພີ່ມການສົ່ງອອກເຂົ້າ ຫວຽດນາມ. ການສົ່ງອອກຈາກ EU ໄປຍັງ ຫວຽດນາມ ໃນປີ 2021 – 2022 ເຕີບໂຕຈາກ 20% ຫາ 25%. ນີ້ແມ່ນສັນຍານທີ່ຕັ້ງໜ້າ ຍ້ອນວ່າສິນຄ້າຂອງ ເອີລົບ ລ້ວນແຕ່ມີຄຸນນະພາບສູງ, ມີລັກສະນະໝັ້ນຄົງ, ຜ່ານນັ້ນຍົກສູງມາດຖານຂອງມູນຄ່າສິນຄ້າຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ