EVFTA ຊ່ວຍ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ສ້າງວຽກ​ເຮັດ​ງາ​ນ​ທຳ​ໃຫ້​ແກ່ ເອີ​ລົບ

(VOVWORLD) -ພື້ນຖານເສດຖະກິດ ເອີລົບ ປະຈຸບັນຕ້ອງການທຸກໆກາລະໂອກາດ ເພື່ອຟື້ນຟູກຳລັງແຮງພາຍຫຼັງວິກິດການຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. 
EVFTA ຊ່ວຍ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ສ້າງວຽກ​ເຮັດ​ງາ​ນ​ທຳ​ໃຫ້​ແກ່ ເອີ​ລົບ - ảnh 1ທ່ານທາງ Ursula von der Leyen ປະທານຄະນະກຳມະການ ເອີລົບ (ພາບ: TTXVN)

ໃນວັນທີ 03 ສິງຫາ ເວັບໄຊ moderndiplopmacy.eu ໄດ້ລົງໃນບົດຂຽນໃຫ້ຮູ້ວ່າ ການສົ່ງອອກສິນຄ້າຂອງ EU ເຂົ້າມາ ຫວຽດນາມ ຖືກຈັດວາງອັດຕາພາສີທີ່ຢູ່ໃນລະດັບຕ່ຳກ່ວານັບແຕ່ວັນທີ 01 ສິງຫາ. ນີ້ແມ່ນຜົນກະທົບທັນທີພາຍຫຼັງສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດເປັນທາງການ. ເມື່ອສຸດທ້າຍຈະລົບລ້າງອັດຕາພາສີສຳລັບ 99% ປະເພດສິນຄ້າພົວພັນແລກປ່ຽນລະຫວ່າງສອງຝ່າຍ. ບົດຂຽນກໍ່ໃຫ້ຮູ້ວ່າ ການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ກໍ່ຈະກາຍເປັນງ່າຍດາຍກ່ວາອີກສຳລັບບັນດາບໍລິສັດ ເອີລົບ. ປະຈຸບັນນີ້, ວິສາຫະກິດ ເອີລົບ ກໍ່ສາມາດລົງທຶນ ແລະ ປະມູນບັນດາສັນຍາການລົງທຶນພາກລັດເຊິ່ງມີໂອກາດທຽບເທົ່າບັນດາຄູ່ແຂ່ງໃນທ້ອງຖິ່ນ. ສຳລັບ EVFTA, ຜົນປະໂຫຍດດ້ານເສດຖະກິດຈະຄຽງຄູ່ກັບການຮັບປະກັນສິດອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ ແລະ ຂໍ້ຕົກລົງ Paris ກ່ຽວກັບອາກາດ, ໂດຍຜ່ານບັນດາມາດຕາທີ່ເຂັ້ມແຂງ, ຜູກມັດກ່ຽວກັບນິຕິກຳ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ທ່ານທາງ Ursula von der Leyen ປະທານຄະນະກຳມະການ ເອີລົບ ຖືວ່າ ພື້ນຖານເສດຖະກິດ ເອີລົບ ປະຈຸບັນຕ້ອງການທຸກໆກາລະໂອກາດ ເພື່ອຟື້ນຟູກຳລັງແຮງພາຍຫຼັງວິກິດການຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ຕາມທ່ານນາງແລ້ວ, ບັນດາສັນຍາການຄ້າ, ຄືສັນຍາທີ່ຫາກໍ່ມີຜົນສັກສິດກັບ ຫວຽດນາມ, ສ້າງໂອກາດໃຫ້ແກ່ບັນດາບໍລິສັດ ເອີລົບ ໄດ້ສຳຜັດກັບບັນດາຕະຫຼາດໃໝ່ທີ່ຫາກໍໍ່ພົ້ນເດັ່ນຂຶ້ນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ເອີລົບ. ທ່ານນາງ von der Leyen ກໍ່ເຊື່ອໝັ້ນວ່າ “ຂໍ້ຕົກລົງນີ້ຈະກາຍເປັນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ກໍ່ສ້າງພື້ນຖານເສດຖະກິດວັດທະນາຖວອນກ່ວາອີກ”. ທ່ານ Phil Hogan ກຳມະການການຄ້າ EU ໄດ້ວິເຄາະວ່າ ຫວຽດນາມ ປະຈຸບັນແມ່ນສ່ວນໜຶ່ຂອງ “ສະໂມສອນ” ລວມມີ 77 ປະເທດທີ່ມີການພົວພັນດ້ານການຄ້າກັບ EU ຕາມບັນດາເງື່ອນໄຂພິເສດສອງຝ່າຍ. EVFTA ຊ່ວຍເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດຂອງ EU ກັບພາກພື້ນຂະຫຍັນຂັນເຄື່ອນຢູ່ ອາຊຽນ ແລະ ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດສຳຄັນໃນການປະກອບສ່ວນໃຫ້ແກ່ການຟື້ນຟູພາຍຫຼັງວິກິດການໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ