EVFTA ສ້າງ ​ໂອກ​າດຫຼາຍຢ່າງໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກ​ິດ​ຂະ​ໜາດ​ກາງ​ ແລະ ​ນ້ອຍ

(VOVWORLD) - ເວທີປາໄສການຄ້າລະຫວ່າງ ຫວຽດນາມ - EU ປີ 2019 ໂດຍກະຊວງອຸດສາຫະກຳສົມ  ທົບກັບຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ຫວຽດນາມ, ຫ້ອງການການຄ້າ ເອີຣົບ ປະຈຳ ຫວຽດນາມ (EuroCham) ໄດ້ຈັດຕັ້ງໃນວັນທີ 30 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ.
EVFTA ສ້າງ ​ໂອກ​າດຫຼາຍຢ່າງໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກ​ິດ​ຂະ​ໜາດ​ກາງ​ ແລະ ​ນ້ອຍ - ảnh 1ເວທີປາໄສການຄ້າລະຫວ່າງ ຫວຽດນາມ - EU ປີ 2019 

ເວທີປາໄສໄດ້ສຸມໃສ່ປຶກສາຫາລືບັນດາກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງວິສາຫະກິດຄວນຮູ້ກ່ຽວຂ້ອງເຖິງສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EU (EVFTA) ເຊິ່ງຫາກໍ່ໄດ້ລົງນາມໃນເດືອນ ມິຖຸນາ 2019. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຖືວ່າ EVFTA ຈະສ້າງ ກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ, ເມື່ອຍົກເລີກບັນດາຮົ້ວກີດຂວາງກ່ຽວກັບພາສີອາກອນເພື່ອໃຫ້ວິສາຫະກິດເຂົ້າສຳຜັດກັບຕະຫຼາດເອີຣົບ. ພ້ອມກັນນັ້ນ, EVFTA ກໍ່ຍົກອອກບັນດາຄວາມຮຽກຮ້ອງ, ມາດຕະຖານຢ່າງລະອຽດກ່ຽວກັບສິນຄ້າເພື່ອໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍອີງໃສ່ປະຕິບັດຕາມ. ເພື່ອໃຫ້ບັນດາວິສາຫະກິດອາດສາມາດນຳໃຊ້ບັນດາກາລາໂອກາດເຊິ່ງ EVFTA ນຳມາໃຫ້ເປັນຢ່າງດີທີ່ສຸດ. ທ່ານນາງ ຫງຽວນເຊີນຈາ, ຮອງຫົວໜ້າຫ້ອງການ WTO ແລະ ເຈລະຈາດ້ານການຄ້າ, ກົມນະໂຍບາຍທາງການຄ້າລະຫວ່າງຫຼາຍປະເທດ, ກະຊວງອຸດສາຫະກຳແລະການຄ້າ ຫວຽດນາມ, ເນັ້ນໜັກວ່າ:

        “ວິສາຫະກິດຕ້ອງເປັນເຈົ້າການກ່ວາອີກໃນການກຳແໜ້ນບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ແລະ EU ໃນຂອບເຂດສັນຍາ EVFTA ນີ້. ວິສາຫະກິດກໍ່ຕ້ອງປ່ຽນແປງຈີນຕະນາການການດຳເນີນທຸລະກິດ, ຖືການແກ້ງແຍ້ງເປັນກຳລັງໜູນເພື່ອປ່ຽນແປງໃໝ່, ປັບປຸງຜະລິດຕະພັນທີ່ມີຄຸນນະພາບຂອງຕົນເພື່ອສາມາດຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການຊຶ່ງ EU ວາງອອກ ສຳລັບສິນຄ້ານຳເຂົ້າ”

ຕອບກັບ

ຂ່າວ/ບົດ​ອື່ນ