EVFTA ສ້າງກຳລັງໜູນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດສ.ເຊັກໂກ-ຫວຽດນາມ

(VOVWORLD) -ວັນທີ 10 ກັນຍາ, ຢູູ່ສູນການຄ້າ VINAMO ທີ່ນະຄອນ Brno, ເມືອງເອກເຂດທິດໃຫ້ Morava, ສ.ເຊັກໂກ ໄດ້ຈັດເວທີປາໄສການຄ້າສ.ເຊັກໂກ- ຫວຽດນາມ.
EVFTA ສ້າງກຳລັງໜູນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດສ.ເຊັກໂກ-ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທາຍຊວັນຢຸງ
(ພາບ: baoquocte.vn)

ຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ ແລະ ວິສາຫະກິດຂອງ 2 ຝ່າຍໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ກໍຄືກາລະໂອກາດ, ຄວາມສາມາດບົ່ມຊ້ອນຊຸກຍູ້ການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງສ.ເຊັກໂກ- ຫວຽດນາມ ເພື່ອເຊື່ອມຕໍ່ວິສາຫະກິດ 2 ປະເທດ, ເຂົ້າໃຈກ່ຽວກັບສະພາບແວດລ້ອມສະເພາະ ແລະ ການກຳນົດທິດສົ່ງອອກໃຫ້ແກ່ຜະລິດຕະພັນກະເສດ, ທັນຍາຫານຫວຽດນາມ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທາຍຊວັນຢຸງ ໃຫ້ຮູ້ວ່າ, ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ ກໍຄືບັນດາວິສາຫະກິດຂອງ 2 ປະເທດສ້າງການພົວພັນ ແນໃສ່ເພີ່ມທະວີການຮ່ວມມື.

        ກ່ຽວກັບການຮ່ວມມື 2 ຝ່າຍ, ປະຈຸບັນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນກັບ 2 ຂອງສ.ເຊັກໂກ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 13 ໃນໂລກ. ປີ 2020, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸ 1,5 ຕື້ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ