EVFTA ສ້າງ​ແງ່​ຫວັງ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ​ເອີຣົບ

(VOVWORLD) -ມີເຖິງ 74% ການນໍາວິສາຫະກິດ ເອີຣົບ ມີຄວາມເຊື່ອໝັ້ນຕໍ່ສັນຍາ EVFTA ວ່າຈະສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການເຄື່ອນໄຫວດໍາເນີນທຸລະກິດຂອງເຂົາເຈົ້າ. 
EVFTA ສ້າງ​ແງ່​ຫວັງ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ​ເອີຣົບ - ảnh 1 (ພາບປະກອບ: baotintuc.vn)

        ສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີຣົບ - ອີຢູ (EVFTA) ໄດ້ມີຜົນສັກສິດນັບແຕ່ວັນທີ 1 ສິງຫານັ້ນ ບໍ່ພຽງແຕ່ຊ່ວຍສ້າງໂອກາດຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງແງ່ຫວັງໃໝ່ໃຫ້ແກ່ບັນດາພື້ນຖານເສດຖະກິດເອີຣົບ ໃນຈຸດເວລາທີ່ຂາດສະຖຽນລະພາບຂອງພື້ນຖານການເງິນທົ່ວໂລກ. ໃນວັນທີ 6 ສິງຫາ, ສໍານັກຂ່າວສານ DPA ຂອງ ເຢຍລະມັນ ໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມຜັນຂະຫຍາຍແຜນການປະຕິບັດສັນຍາ EVFTA, ໂດຍຊີ້ໃຫ້ເຫັນແຈ້ງວ່າ ສັນຍາສະບັບດັ່ງກ່າວ ຈະສ້າງກາລະໂອກາດຊຸກຍູ້ການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ. ສໍານັກຂ່າວສານ DPA ກໍໄດ້ຄັດສະເໜີຄໍາເວົ້າຂອງທ່ານ Jean – Jacques Bouflet, ຮອງຫົວໜ້າຫ້ອງການການຄ້າເອີຣົບ ປະຈໍາ ຫວຽດນາມ, ໂດຍໃຫ້ຮູ້ວ່າ ຕາມການສໍາຫຼວດແລ້ວ, ມີເຖິງ 74% ການນໍາວິສາຫະກິດ ເອີຣົບ ມີຄວາມເຊື່ອໝັ້ນຕໍ່ສັນຍາ EVFTA ວ່າຈະສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການເຄື່ອນໄຫວດໍາເນີນທຸລະກິດຂອງເຂົາເຈົ້າ. ຕາມທ່ານ Bouflet ແລ້ວ, ໃນສະພາບການທີ່ບັນດາການເຄື່ອນໄຫວດໍາເນີນທຸລະກິດໃນທົ່ວໂລກຖືກຜົນສະທ້ອນຢ່າງຮ້າຍແຮງ ຈາກໂລກລະບາດໂຄວິດ - 19 ນັ້ນ, ສັນຍາ  EVFTA ຈະຊ່ວຍຊຸກຍູ້ການຄ້າ ແລະ ການລົງທຶນ, ສ້າງກາລະໂອກາດອັນຍາວນານ ແລະ ກໍານົດຮູບແບບການພົວພັນລະຫວ່າງ ອີຢູ ແລະ ຫວຽດນາມ ໃນໄລຍະ 10 ປີ ຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ