EVIPA ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຫວຽດ​ນາ​ມ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຍົກ​ສູງ​ລະ​ບົບ​ມູ​ນ​ຄ່າ​ເພີ່ມຂອງ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດນາມ​​

(VOVWORLD) -  ຫວຽດນາມສືບຕໍ່ກ້າວເຂົ້າສູ່ໄລຍະເຊື່ອມໂຍງໃໝ່ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ດ້ວຍການເຂົ້າຮ່ວມ EVFTA. EVFTA ຈະແມ່ນກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ເປີດກ້ວາງການແຊກຊຶມເຂົ້າຕະຫຼາດ EU ຂອງຜະລິດຕະພັນກະເສດຫວຽດນາມ.
EVIPA ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຫວຽດ​ນາ​ມ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຍົກ​ສູງ​ລະ​ບົບ​ມູ​ນ​ຄ່າ​ເພີ່ມຂອງ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດນາມ​​ - ảnh 1ທ່ານຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມພ້ອມກັບ ທ່ານ Stefan-Radu Oprea ລັດຖະມົນຕີກະຊວງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ ຣູມານີ (ພາບ: VGP)

ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ, ການປະຕິບັດຄຳໝັ້ນສັນຍາຕາມສັນຍາອາລັກຂາການລົງທຶນ (ສັນຍາ EVIPA) ທີ່ຫາກໍ່ໄດ້ຮັບການໃຫ້ສັດຕະຍາບັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIVນັ້ນ, ຈະແມ່ນກຳລັງໜູນຊຸກຍູ້ ຫວຽດນາມສືບຕໍ່ສ້າງລະບົບລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດນັບມື້ນັບມີຄວາມສະດວກ, ສະເໝີພາບປອດໄພ, ໂປ່ງໃສ ແລະ ເປັນມິດກັບບັນດານັກລົງທຶນທີ່ຂຶ້ນກັບທຸກໆພາກສ່ວນເສດຖະກິດຫຼາຍກ່ວາເກົ່າ.

        ພ້ອມກັບບັນດາຄຳໝັ້ນສັນຍາກ່ຽວກັບການເປີດຕະຫຼາດສິນຄ້າ, ການບໍລິການ, ການລົງທຶນຕາມສັນຍາ ການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ(EVFTA), ການປະຕິບັດສັນຍາ EVIPA ຈະສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອໃຫ້ຫວຽດນາມຍູ້ແຮງການດຶງດູດນັກລົງທຶນຢູ່ບາງຂົງເຂດເຊິ່ງ EU ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ຍ້ອນວ່າ ລະດັບຫັນການລົງທຶນເປັນເສລີຂອງ EU ເຂົ້າຫວຽດນາມຈະເພີ່ມຂຶ້ນ.

        ຫວຽດນາມສືບຕໍ່ກ້າວເຂົ້າສູ່ໄລຍະເຊື່ອມໂຍງໃໝ່ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ດ້ວຍການເຂົ້າຮ່ວມ EVFTA. EVFTA ຈະແມ່ນກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ເປີດກ້ວາງການແຊກຊຶມເຂົ້າຕະຫຼາດ EU ຂອງຜະລິດຕະພັນກະເສດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ