FAO: ມີ​ປະ​ຊາ​ຊົນ​ກວ່າ 282 ລ້ານ​ຄົນ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກອຶດ​ຫີ​ວ​ຢ່າງ​ຮ້າຍ​ແຮງ​ຢູ່ ອາ​ຟະ​ລີ​ກາ ເຂດ​ທິດ​ໃຕ້ Sahara

(VOVWORLD) -ມີປະຊາຊົນກວ່າ 282 ລ້ານຄົນ ຢູ່ ອາຟະລິກາເຂດທາງທິດໃຕ້ Sahara ພວມປະເຊີນໜ້າກັບສະພາບທຸກຍາກອຶດຫີວຢ່າງຮ້າຍແຮງ. 
FAO: ມີ​ປະ​ຊາ​ຊົນ​ກວ່າ 282 ລ້ານ​ຄົນ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກອຶດ​ຫີ​ວ​ຢ່າງ​ຮ້າຍ​ແຮງ​ຢູ່ ອາ​ຟະ​ລີ​ກາ ເຂດ​ທິດ​ໃຕ້ Sahara - ảnh 1(ພາບປະກອບ: AFP/TTXVN)

ອົງການສະບຽງອາຫານສປຊ (FAO) ໃຫ້ຮູ້ວ່າ ມີປະຊາຊົນກວ່າ 282 ລ້ານຄົນ ຢູ່ ອາຟະລິກາເຂດທາງທິດໃຕ້ Sahara ພວມປະເຊີນໜ້າກັບສະພາບທຸກຍາກອຶດຫີວຢ່າງຮ້າຍແຮງ. ໃນບົດກ່າວປາໄສຢູ່ນະຄອນຫຼວງ Accra ຂອງ Ghana ໃນວັນທີ 5 ກັນຍາ, ຜູ້ຮັບຜິດຊອບກ່ຽວກັບບັນຫາຄຸ້ມຄອງປາຂອງ FAO, ທ່ານ Kenichi Shono ໃຫ້ຮູ້ວ່າ: “282 ລ້ານຄົນ, ໝາຍຄວາມວ່າມີປະຊາກອນ ອາຟະລິກາ ກວ່າ 1,5 ລ້ານຄົນ ພວມປະເຊີນໜ້າກັບຄວາມທຸກຍາກອຶກຫີວ, ເພີ່ມຂຶ້ນ 46 ລ້ານຄົນ… ເຊິ່ງເປັນຜົນຕາມມາຂອງຫຼາຍປັດໄຈຄື ໂລກລະບາດ ໂຄວິດ - 19, ວິກິດການຢູ່ ຢູແກຼນ ແລະ ການປ່ຽນແປງຂອງດິນຟ້າອາກາດ”. ນອກຈາກນັ້ນແລ້ວ, ສະພາບໄພແຫ້ງແລ້ງຮ້າຍແຮງກໍພວມຄຸມຄາມຕໍ່ທະວີບນີ້. ເຈົ້າໜ້າທີ່ຄົນດັ່ງກ່າວພວມຮຽກຮ້ອງໃຫ້ເພີ່ມທະວີການລົງທຶນແກ່ການປູກຕົ້ນໄມ້ເປັນປ່າເພື່ອຊ່ວຍຮັບມືກັບສິ່ງທ້າທາຍຕ່າງໆຢູ່ ອາຟະລິກາ ແລະ ທົ່ວໂລກ.   


 

ຕອບກັບ

ຂ່າວ/ບົດ​ອື່ນ