FAO ແລະ OECD ຄາດ​ວ່າ​ລາ​ຄາ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ຈະຫຼຸດ​ລົງ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ

(VOVWORLD) -ສອງອົງການດັ່ງກ່າວ ກ່າວເຕືອນວ່າ ບັນດາປະເທດຕ້ອງມີຫຼາຍນະໂຍບາຍພັດທະນາຂະແໜງກະສິກຳທີ່ເໝາະສົມ, ຕາມທິດເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນທົ່ວໂລກຕາມບັນດາຂໍ້ກຳນົດທີ່ໄດ້ລະບຸໃນ ສັນຍາ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ.
FAO ແລະ OECD ຄາດ​ວ່າ​ລາ​ຄາ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ຈະຫຼຸດ​ລົງ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ - ảnh 1ພາບປະກອບ: AFP/TTXVN

ວັນທີ 5 ກໍລະກົດ, ອົງການອາຫານ ແລະ ການກະເສດ ສປຊ (FAO) ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ປະກາດບົດລາຍງານແງ່ຫວັງກະສິກຳໃນໄລຍະ 2021 – 2030, ໃນນັ້ນຄາດວ່າ ລາຄາສິນຄ້າບັນດາປະເພດສະບຽງອາຫານຕົ້ນຕໍຈະຫຼຸດລົງໃນທົດສະວັດຈະມາເຖິງ ພາຍຫຼັງເພີ່ມຂຶ້ນຢ່າງແຮງໃນປີ 2020. ເຫດຜົນແມ່ນຍ້ອນສະມັດຕະພາບຂອງບັນດາຟາມເພີ່ມຂຶ້ນຢ່າງແຮງ ໃນຂະນະທີ່ຄວາມຕ້ອງການນຳໃຊ້ຂອງ ຈີນ ເຊິ່ງແມ່ນປະເທດມີປະຊາກອນຫຼາຍທີ່ສຸດໃນໂລກ ໄດ້ຮັບການຮັກສາເປັນປົກກະຕິ. ຕາມບົດລາຍງານແລ້ວ, ລາຄາສິນຄ້າປະເພດຜະລິດຕະພັນກະເສດໄດ້ເພີ່ມຂຶ້ນຢ່າງແຮງນັບແຕ່ປີ 2020 ຍ້ອນຈີນ ເພີ່ມການນຳເຂົ້າ ແລະ ສາງສຳຮອງຂຶ້ນຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ລາຄາ ສິນຄ້າບັນດາປະເພດຜະລິດຕະພັນກະເສດ ເກືອບທັງໝົດ ຈະຫຼຸດລົງນ້ອຍໜຶ່ງ ເມື່ອທຽບກັບລາຄາຕົວຈິງ ໃນທົດສະວັດຈະມາເຖິງ, ໝາຍຄວາມວ່າຈະກັບຄືນສູ່ທ່າອ່ຽງຍາວນານແມ່ນ ເພີ່ມປະລິມານທີ່ ມີມາດຕະສ່ວນກົງກັບຂອບຂະໜາດປະຊາກອນໂລກ.

        ສອງອົງການດັ່ງກ່າວ ກ່າວເຕືອນວ່າ ບັນດາປະເທດຕ້ອງມີຫຼາຍນະໂຍບາຍພັດທະນາຂະແໜງກະສິກຳທີ່ເໝາະສົມ, ຕາມທິດເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນທົ່ວໂລກຕາມບັນດາຂໍ້ກຳນົດທີ່ໄດ້ລະບຸໃນ ສັນຍາ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ