FAOຕີລາຄາສູງຫວຽດນາມມີຫລາຍທ່າແຮງໃນການຮ່ວມມືໃຕ້-ໃຕ້

FAOຕີລາຄາສູງຫວຽດນາມມີຫລາຍທ່າແຮງໃນການຮ່ວມມືໃຕ້-ໃຕ້ - ảnh 1
ຜູ້ອຳນວຍການ​ໃຫຍ່ ທ່ານ Jose Graziano Da Silva
(ພາບ: baomoi.com)

(vovworld) – ວັນ​ທີ 11/12, ຢູ່​ນະຄອນຫລວງ Rome, ປະ​ເທດ ອີ​ຕາ​ລີ, ທ່ານ ກາວ​ຈິ໋ງທ້ຽນ ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ປະຈຳ ຫວຽດນາມ ຢູ່ ອົງການ​ອາຫານ ​ແລະ ການ​ກະ​ເສດ ສະຫະ​ປະຊາ​ຊາດ (FAO) ​ໄດ້​ຍືນ​ສານ​ມອບ​ໜ້າ​ທີ່​ຕໍ່​ຜູ້ອຳນວຍການ​ໃຫຍ່ FAO, ປະລິນຍາ​ເອກ Jose Graziano Da Silva. ​ເມື່ອ​​​ແລກປ່ຽນ​ກັບທ່ານ​ເອກ​ອັກຄະ​ລັດຖະທູດ ກາວ​ຈິ໋ງທ້ຽນ ພາຍຫລັງ​ທີ່ຮັບ​ສານ​ມອບ​ໜ້າ​ທີ່, ທ່ານ Jose Graziano Da Silva ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ ຫວຽດນາມ ​ເຂົ້າ​ບັນດາ​ການ​ເຄື່​ອນ​ໄຫວ​ຂອງ​ອົງການ​ນີ້ ​ໃນ​ບັນດາ​ຂົງ​ເຂດທີ່ ຫວຽດນາມ ມີ​ທ່າ​ແຮງ ​ແລະ ​ບົດຮຽນຫລາຍ​ຢ່າງ​ຄື: ​ເຂົ້າສານ ​ແລະ ປູກ​ລ້ຽງ​ສິນ​ໃນ​ນ້ຳ, ພັດທະ​ນາ​ການ​ຮ່ວມ​ມື ​ໃຕ້ - ​ໃຕ້. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ກາວ​ຈິ໋ງທ້ຽນ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ FAO ກໍ​ຄື​ບົດບາດ​ສ່ວນ​ຕົວ​ຂອງ​ທ່ານ Jose Graziano Da Silva ​ຕໍ່​ພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ໂລກ. 2 ຝ່າຍ​ເຫັນ​ດີ​ຖື​ວ່າ: ​ ​ເລື່ອງ FAO ດຳ​ເນີນ​ການ​ປະຕິ​ຮູບ​​ແບບວິທີ​​ຮ່ວມ​ມື​ດ້ານ​ເຕັກນິກ ຈະ​ສ້າງ​​ເງື່ອນ​ສະດວກ​ໃຫ້​ແກ່ການຍົກ​ສູງ​  ປະສິດທິ​ຜົນການ​ເຄື່ອນ​ໄຫວຮ່ວມ​ມື​ດ້ານ​ເຕັກນິກ ກັບບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​ໃນ​ນັ້ນມີ ຫວຽດນາມ.

ຂ່າວ/ບົດ​ອື່ນ