FBI ສືບສວນອະດີດ ປະທານາທິບໍດີ Donald Trump ຍ້ອນລະເມີດກົດໝາຍວ່າດ້ວຍນັກສືບ

(VOVWORLD) - FBI ໄດ້ເກັບເອົາໄວ້ເອກະສານປິດລັບຫຼາຍສະບັບ ແລະ ກຳລັງສືບສວນສອບສວນເລື່ອງ ທ່ານ Donald Trump ໄດ້ລະເມີດກົດໝາຍວ່າດ້ວຍນັກສືບຫຼືບໍ່?
FBI ສືບສວນອະດີດ ປະທານາທິບໍດີ Donald Trump ຍ້ອນລະເມີດກົດໝາຍວ່າດ້ວຍນັກສືບ - ảnh 1ລາຍຊື່ບັນດາເອກະສານທີ່ໄດ້ເກັບເອົາໄວ້ຢູ່ວິນລາ ທ່ານ Donald Trump(ພາບ:Reuters)

ວັນທີ  12 ສິງຫາ, ກະຊວງຍຸຕິທຳຂອງ ອາເມລິກາ ໃຫ້ຮູ້ວ່າ: ກົມສືບສວນສອບສວນສະຫະລັດ ອາເມລິກາ (FBI) ໄດ້ເກັບເອົາໄວ້ເອກະສານປິດລັບຫຼາຍສະບັບເມື່ອເຂົ້າກວດຄົ້ນ ວິນລາທ່ານອະດີດ ປະທານາທິບໍດີ Donald Trump ຢູ່ລັດ Florida ໃນຕົ້ນອາທິດ. ຄຳສັ່ງກວດຄົ້ນວິນລາຂອງ ທ່ານອະດີດ ປະທານາທິບໍດີ Donald Trump ໄດ້ປະກາດໃນວັນທີ 12 ສິງຫາ, ໃນນັ້ນໃຫ້ຮູ້ວ່າ: FBI ໄດ້ເກັບເອົາໄວ້ເອກະສານປິດລັບຫຼາຍສະບັບ ແລະ ກຳລັງສືບສວນສອບສວນເລື່ອງ ທ່ານ Donald Trump ໄດ້ລະເມີດກົດໝາຍວ່າດ້ວຍນັກສືບຫຼືບໍ່? ນີ້ແມ່ນກົດໝາຍສະຫະລັດຫ້າມກຳມະສິດ ຫຼື ເຜີຍແຜ່ຂໍ້ມູນທີ່ກ່ຽວຂ້ອງຂອງການປ້ອງກັນຊາດ. ຕາມຂໍ້ມູນຈາກກະຊວງຍຸຕິທຳ ອາເມລິກາ ແລ້ວ, FBI ໄດ້ເກັບເອົາໄວ້ເອກະສານປິດລັບ 11 ຊຸດ, ບາງເອກະສານໃນຈຳນວນນັ້ນໄດ້ຈ້ຳກາແບບປິດລັບ. ກະຊວງຍຸຕິທຳ ອາເມລິກາ ສະແດງຄວາມວິຕົກວັງວົນວ່າ ທ່ານ Donald Trump ອາດຈະລະເມີດບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການແກ້ໄຂເອກະສານຂອງລັດຖະບານ ລວມມີຂໍ້ກຳນົດອາດຈະພາໃຫ້ຖືກໂທດແລ້ວຊອກຫາວິທີ ຊຸກເຊື່ອງ ຫຼື ທຳລາຍເອກະສານລັດຖະບານ ບໍ່ວ່າໄດ້ຈ້ຳກາປິດລັບ ຫຼືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ