FED ຕັດ​ສິນ​ໃຈ​ຮັກ​ສາອັດ​ຕາ ດອກ​ເບ້ຍ ເກົ່າ

(VOVWORLD) - ຄະນະກຳມະການຕະຫຼາດເປີດຂອງສະຫະລັດ (FOMC) ຈະຕິດຕາມກວດກາສະພາບຜັນແປການເສດຖະກິດ ຢ່າງແໜ້ນແຟ້ນ ແລະ ຈະມີການກະທຳທີ່ເໝາະສົມເພື່ອຮັກສາທ່າເຕີບໂຕພ້ອມກັບຕະຫຼາດແຮງງານທີ່ໝັ້ນຄົງເຂັ້ມແຂງ ແລະ ເງິນເຟີ້ໃຫ້ຢູ່ໃກ້ກັບເປົ້າໝາຍດຸ່ນດ່ຽງ ລະດັບ 2%.
FED ຕັດ​ສິນ​ໃຈ​ຮັກ​ສາອັດ​ຕາ ດອກ​ເບ້ຍ ເກົ່າ - ảnh 1ທ່ານ Jerome Powell ປະທານ FED (ພາບ:Reuters)

ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດຂອງສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ, ວັນທີ 19 ມິຖຸນາ, ທະນາຄານສະສົມ ສະຫະລັດອາເມລິກາ (FED) ໄດ້ຕັດສິນໃຈຮັກສາ ອັດຕາດອກເບ້ຍພື້ນຖານໄວ້ຄືເກົ່າ ຢູ່ລະດັບແຕ່ 2,25 – 2,5%. ບັນດານັກຊ່ຽວຊານ ຂອງ FEDໃຫ້ຮູ້ວ່າ ຕະຫຼາດແຮງງານຂອງ ອາເມລິກາ “ຍັງໝັ້ນຄົງ” ແລະ ການເຄື່ອນໄຫວທາງເສດຖະກິດ “ພວມເພີ່ມຂຶ້ນຢູ່ລະດັບທີ່ກົມກຽວ ”ນັບແຕ່ເດືອນ ພຶດສະພາ.

        ຄະນະກຳມະການຕະຫຼາດເປີດຂອງສະຫະລັດ (FOMC) ຈະຕິດຕາມກວດກາສະພາບຜັນແປການເສດຖະກິດ ຢ່າງແໜ້ນແຟ້ນ ແລະ ຈະມີການກະທຳທີ່ເໝາະສົມເພື່ອຮັກສາທ່າເຕີບໂຕພ້ອມກັບຕະຫຼາດແຮງງານທີ່ໝັ້ນຄົງເຂັ້ມແຂງ ແລະ ເງິນເຟີ້ໃຫ້ຢູ່ໃກ້ກັບເປົ້າໝາຍດຸ່ນດ່ຽງ ລະດັບ 2%.

        ກ່ອນໜ້ານັ້ນ, ທ່ານ ປະທານາທິບໍດີ ອາເມລິກາ Donald trump ສືບຕໍ່ເພີ່ມກຳລັງດັນທາງການເມືອງ ແລະ ຮຽກຮ້ອງຕ້ອງການໃຫ້ທະນາຄານສູນກາງນີ້ຫຼຸດຜ່ອນອັດຕາດອກເບ້ຍລົງເພື່ອຊຸກຍູ້ພື້ນຖານເສດຖະກິດກ້າວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ