Fed ບໍ່​ເພີ່ມ​ອັດ​ຕາ​ດອກ​ເບ້ຍ ແລະ ຄາດ​ຄະ​ເນ​ ​ສືບ​ຕໍ່​ຮັກ​ສານະ​ໂຍ​ບາຍ​ເງິນ​ຕາແບບຮັດ​ແໜ້ນ ຮອດ​ປີ 2024

(VOVWORLD) - ບັນດານັກວາງແຜນກຳນົດທິດນະໂຍບາຍຂອງ Fed ມີຄວາມຫວັງວ່າ ອັດຕາດອກເບ້ຍນະໂຍບາຍ ຈະຫຼຸດລົງລະດັບ 5,1% ໃນທ້າຍປີ 2024.
Fed ບໍ່​ເພີ່ມ​ອັດ​ຕາ​ດອກ​ເບ້ຍ ແລະ ຄາດ​ຄະ​ເນ​ ​ສືບ​ຕໍ່​ຮັກ​ສານະ​ໂຍ​ບາຍ​ເງິນ​ຕາແບບຮັດ​ແໜ້ນ ຮອດ​ປີ 2024 - ảnh 1ທ່ານປະທານ Fed Jerome Powell ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ ວໍຊິງຕັນ DC, ອາເມລິກາ, ໃນວັນທີ 14/6/2023 (ພາບປະກອບ: THX/TTXVN)

ວັນທີ 20 ກັນຍາ, ທະນາຄານກາງ ສ.ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາບອກເບ້ຍນະໂຍບາຍໄວ້ຄືເກົ່າ ເຊິ່ງປະມານແຕ່ 5,25 – 5,50%.  ໃນກອງປະຊຸມທີ່ແກ່ຍາວເປັນເວລາ 2 ຊົ່ວໂມງ, ບັນດານັກວາງແຜນກຳນົດທິດນະໂຍບາຍຂອງ Fed ກໍສະໜັບສະໜູນການຈັດງວດເພີ່ມອັດຕາດອກເບ້ຍ ໃນທ້າຍປີນີ້ ແລະ ສືບຕໍ່ຮັກສານະໂຍບາຍເງິນຕາຮັດແໜ້ນຮອດທ້າຍປີ 2024. ການຕົກລົງຂອງ Fed ໄດ້ຍົກອອກມາ ໃນສະພາບການທີ່ ບັນດາການຄາດຄະເນອັບເດດ ໄດ້ຊີ້ໃຫ້ເຫັນວ່າ 12/19 ນັກວາງແຜນກຳນົດທິດນະໂຍບາຍຂອງອົງການນີ້ ສະໜັບສະໜູນຈັດງວດເພີ່ມອັດຕາດອກເບ້ຍຂຶ້ນຕື່ມອີກໃນປີນີ້ ເພື່ອຮັບປະກັນໄພເງິນເຟີ້ສືບຕໍ່ຫຼຸດລະດັບຄວາມໄວລົງ.  ບັນດານັກວາງແຜນກຳນົດທິດນະໂຍບາຍຂອງ Fed ມີຄວາມຫວັງວ່າ ອັດຕາດອກເບ້ຍນະໂຍບາຍ ຈະຫຼຸດລົງລະດັບ 5,1% ໃນທ້າຍປີ 2024. Fed ກໍຄາດຄະເນວ່າ ຫຼັງຈາກນັ້ນ, ອັດຕາດອກເບ້ຍ ຈະຫຼຸດລົງ ຍັງເຫຼືອພຽງ 3,9% ໃນທ້າຍປີ 2025 ແລະ 2,9% ໃນທ້າຍປີ 2026.

        ໃນຂະນະນັ້ນ, ທະນາຄານສູນກາງ ອາເມລິກາ ກໍ່ໄດ້ຍົກອອກການຄາດຄະເນວ່າ ນະໂຍບາຍເງິນຕາຈະໄດ້ຜ່ອນຜັນໜ້ອຍກວ່າໃນປີ 2024, ຍ້ອນມີການເຂົ້າຮ່ວມຂອງພື້ນຖານເສດຖະກິດ ແລະ ຕະຫຼາດແຮງງານຢ່າງແຮງ. ທະນາຄານສູນກາງ ອາເມລິກາ ກໍຄາດຄະເນວ່າ ໄພເງິນເຟີ້ ຈະຫຼຸດລົງຕ່ຳກວ່າ 3% ໃນປີ 2024 ແລະ ກັບຄືນລະດັບ 2% ໃນປີ 2026. ເຖິງຢ່າງໃດກໍຕາມ, ລະດັບການເຕີບໂຕເສດຖະກິດຂອງ ອາເມລິກາ ໃນປີ 2024 ຈະຊ້າກວ່າ, ຍັງເຫຼືອ 1,5%.

ຕອບກັບ

ຂ່າວ/ບົດ​ອື່ນ