Festival ກິຕາ ສາກົນ Alma ຮ່າໂນ້ຍ ຈະດໍາເນີນແຕ່ວັນທີ 26 – 28 ຕຸລາ

(VOVWORLD) -ທ່ານ ຫວູຫຽນ, ນັກສິລະປິນຫຼິ້ນກິຕາ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ Festival ໃຫ້ຮູ້ວ່າ  Festival ກິຕາ ສາກົນ Alma ຮ່າໂນ້ຍ ຄັ້ງທີ 2 ຈະໄດ້ດໍາເນີນແຕ່ວັນທີ 26 – 28 ຕຸລາ ຢູ່ ສະຖາບັນດົນຕີແຫ່ງຊາດຫວຽດນາມ. 

ນີ້ແມ່ນ Festival ກິຕາ ມີຂອບຂະໜາດໃຫຍ່, ເຕົ້າໂຮມນັກສິລະປິນທີ່ມີຊື່ສຽງຫຼາຍຄົນທັງຢູ່ພາຍໃນ ແລະ ສາກົນ, ນອກຈາກນັ້ນ, ຍັງມີການເຂົ້າຮ່ວມຂອງຜູ້ແຂ່ງຂັນກິລາດີເດັ່ນ ທີ່ມາຈາກຫວຽດນາມ, ໄທ, ການາດາ, ໂຮນລັງ... Festival ກິຕາ ສາກົນ Alma ຮ່າໂນ້ຍ ແມ່ນໂອກາດເພື່ອເຊີດຊູດົນຕີຄຣາດຊິກ ແລະ ບໍາລຸງຜູ້ມີຄວາມເກັ່ງກ້າສາມາດໃນການຫຼິ້ນກິຕາ. ການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນຍົກສູງທີ່ຕັ້ງຂອງປະຊາຄົມຜູ້ຫຼິ້ນກິຕາຢູ່ຮ່າໂນ້ຍ ແລະ ຊຸກຍູ້ຂະບວນການຫຼິ້ນກິຕາ ຢູ່ຮ່າໂນ້ຍ ແລະ ໃນທົ່ວປະເທດໃຫ້ພັດທະນາ.

Festival ກິຕາ ສາກົນ Alma ຮ່າໂນ້ຍ ຄັ້ງທີ 2  ຈະນໍາມາເຊິ່ງຄວາມຈັບອົກຈັບໃຈຫຼາຍຢ່າງໃຫ້ແກ່ຜູ້ຊົມ.


ຕອບກັບ

ຂ່າວ/ບົດ​ອື່ນ