Festival ທະເລ ຍາຈາງ - ແຄ໋ງຮວ່າ ປີ 2019 ປະກອບສ່ວນເຂົ້າໃນການໂຄສະນາຄວາມສາມາດບົ່ມຊ້ອນທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ

(VOVWORLD) -ແຂວງແຄ໋ງຮວ່າ ໄດ້ວາງເປົ້າໝາຍສໍາລັບງານບຸນຄັ້ງນີ້ ແມ່ນສ້າງບັນຍາກາດແຫ່ງຄວາມສາມັກຄີກັນ, ສະແດງນໍ້າໃຈເຄົາລົບ, ຮັກແພງແຂກຄົນຂອງປະຊາຊົນທ້ອງຖິ່ນທີ່ມີຕໍ່ແຂກທ່ອງທ່ຽວ, ເພື່ອນມິດພາຍໃນປະເທດ ແລະ ສາກົນ

Festival ທະເລ ຍາຈາງ - ແຄ໋ງຮວ່າ ຄັ້ງທີ 9 ປີ 2019 ຄາດວ່າຈະໄດ້ດໍາເນີນໃນລະຫວ່າງວັນທີ 11 ພຶດສະພາ - 14 ພຶດສະພາ 2019. ໃນນັ້ນພິທີໄຂງານບຸນ ຈະໄດ້ຈັດຂຶ້ນຢູ່ນະຄອນ ຍາຈາງ ຂອງຫວຽດນາມ ໃນຕອນຄໍ່າວັນທີ 11 ພຶດສະພາ, ເຊິ່ງໄດ້ສົມທົບກັບການຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ 2019, ໂດຍມີຊື່ວ່່າ “ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 - Festival ທະເລ ຍາຈາງ - ແຄ໋ງຮວ່າ ປີ 2019” ແລະ ພິທີອັດງານບຸນ ຈະໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 14 ພຶດສະພາ 2019.

        Festival ທະເລ ຍາຈາງ - ແຄ໋ງຮວ່າ ປີ 2019 (ເອີ້ນຫຍໍ້ວ່າ Festival ທະເລ 2019) ແມ່ນການລວບລວມບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະ, ງານບຸນຄັ້ງນີ້ ຈະສ່ອງແສງໃຫ້ເຫັນບັນດາຈຸດວັດທະນະທໍາທີ່ພື້ນເມືອງ ແລະ ວັດທະນະທໍາຍຸກປັດຈຸບັນ; ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາຂອງປະເທດຊາດເວົ້າລວມ ແລະ ຂອງດິນແດນ ຍາຈາງ - ແຄ໋ງຮວ່າເວົ້າສະເພາະ. ພິເສດ, ນີ້ກໍແມ່ນລາຍການເຄື່ອນໄຫວຕົ້ນຕໍ ເພື່ອແນໃສ່ຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2019, ເຊິ່ງຈະໄດ້ຈັດຂຶ້ນໃນພາບດຽວ ໂດຍແຂວງແຄ໋ງຮວ່າ ເປັນເຈົ້າພາບຈັດຕັ້ງ.

ຕາມນັ້ນແລ້ວ, ການເຄື່ອນໄຫວຕ່າງໆໃນຂອບເຂດ Festival ທະເລ 2019 ລວມມີ: ການສະແດງສິລະປະ, ການສະແດງຂອງມະຫາຊົນ, ການວາງສະແດງ, ການແຂ່ງຂັນກິລາ, ການທ່ອງທ່ຽວ, ອາຫານການກິນ, ການຄ້າ ແລະ ອື່ນໆ. ແຂວງແຄ໋ງຮວ່າ ໄດ້ວາງເປົ້າໝາຍສໍາລັບງານບຸນຄັ້ງນີ້ ແມ່ນສ້າງບັນຍາກາດແຫ່ງຄວາມສາມັກຄີກັນ, ສະແດງນໍ້າໃຈເຄົາລົບ, ຮັກແພງແຂກຄົນຂອງປະຊາຊົນທ້ອງຖິ່ນທີ່ມີຕໍ່ແຂກທ່ອງທ່ຽວ, ເພື່ອນມິດພາຍໃນປະເທດ ແລະ ສາກົນ; ພ້ອມກັນນັ້ນ, ກໍປະກອບສ່ວນເຂົ້າໃນການໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງແຄ໋ງຮວ່າ ກ່ຽວກັບເສດຖະກິດ, ວັດທະນະທໍາ, ການທ່ອງທ່ຽວ ແລະ ແງ່ຫວັງໃນການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ