Festival ທະເລ ຍາຈາງ-ແຄ໋ງຮ່ວາ 2015

Festival ທະເລ ຍາຈາງ-ແຄ໋ງຮ່ວາ 2015 - ảnh 1
​ພິທີ​ໄຂ Festival ທະ​ເລ​ຍາ​ຈາງ - ແຄ໋ງຮ່ວາ 2015
(ພາບ: Tinmoitruong.vn)

(vovworld) - ຕອນ​ຄຳ່​ວັນ​ທີ 11/7, ນະຄອນ​ຍາ​ຈາງ, ​ແຂວງ​ແຄ໋ງຮ່ວາ​​ໄດ້້ຈັດ​ຕັ້ງ​ພິທີ​ໄຂ Festival ທະ​ເລ​ຍາ​ຈາງ - ແຄ໋ງຮ່ວາ 2015 ດ້ວຍ​ຫົວ​ຂໍ້​ວ່າ: “ທະ​ເລ​ຂຽວ - ຂຽວ​ຕະຫຼອດ“. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນດາ​ຄະນະ​ທູຕານຸທູດ ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ 10.000 ກວ່າ​ຄົນ ​ແລະ ຊາວ​ທ້ອງ​ຖີ່​ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

        ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ, ​ເນັ້ນ​ໜັກ​ວ່າ, Festival ທະ​ເລ​ຍາ​ຈາງ - ແຄ໋ງຮ່ວາ 2015 ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ວັດທະນະທຳ, ທ່ອງ​ທ່ຽວ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ໃຫ້​ພວກ​ເຮົາ​ສະ​ແດງ​ຄວາມ​ຮັກ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ທະ​ເລ, ​ເກາະ​ແຫ່ງ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ທ່ານ​ລັດຖະມົນຕີ ຮ່ວາງ​ຕ໋ວນ​ແອ​ງ, ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ແຂວງ​ແຄ໋ງຮ່ວາ ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ, ໜ້າ​ທີ່​ລະອຽດ​ທີ່​ຖືກ​ຍົກ​ອອກ​ໃນ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ມາດ​ຕະການ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ​ໃນ​ໄລຍະ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ. ​ແຄ໋ງຮ່ວາ​ ສືບ​ຕໍ່ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ເພີ່ມ​ທະວີ​ຜົນ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ລັດ, ສຸມ​ໃສ່​ແກ້​ໄຂ​ສິ່ງ​ທີ່​ຍັງ​ອ່ອນ​ດ້ອຍ, ຊຸກ​ຍູ້​ການ​ພັດທະນາ​ການທ່ອງທ່ຽວ​ຢ່າງ​ມີ​ປະສິດທິ​ຜົນ“.

        Festival ທະ​ເລ​ຍາ​ຈາງ - ແຄ໋ງຮ່ວາ 2015 ດຳ​ເນີນ​ແຕ່​ວັນ​ທີ 11-14/7 ຢູ່​ນະຄອນ​ຍາ​ຈາງ, ດ້ວຍ​ການ​ເຄື່ອນ​ໄຫວ 50 ກວ່າ​ຢ່າງ, ​ເຊິ່ງລວມມີບັນດາ​ພິທີ​ງານ​ບຸນ, ວັດທະນະທຳ, ກິລາ, ​ເສດຖະກິດ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ. ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ປະມານ 150.000 ​ເທື່ອ​ຄົນ​ມາ​ຢ້ຽມຢາມ​ແຄ໋ງຮ່ວາ​ໃນ​ໂອກາດ​ນີ້.

       ເນື່ອງໃນໂອກາດນີ້ໄດ້ຈັດງານ​ວາງສະ​ແດງ “ຮວາງ​ຊາ,​ ເຈື່ອງ​ຊາ​ ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ“ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ Festival ທະ​ເລ​ຍາ​ຈາງ - ແຄ໋ງຮ່ວາ 2015 ທີ່​ດຳ​ເນີນ​ແຕ່​ວັນ​ທີ 11-14/7 ຢູ່​ນະຄອນ​ຍາ​ຈາງ. ງານ​ວາງສະ​ແດງ​ແນະນຳ​ແຜນ​ທີ່​ເກືອບ 100 ​ແຜ່ນ ພ້ອມ​ກັບ​ເອກະສານ, ວັດຖຸ​ພັນ, ສື່​ສິ່ງ​ພິມ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ນິ້ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ພາຍ​ໃນ ​ແລະ ສາກົນ, ​​ເພື່ອ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ມອບ​ໃຫ້​ແຂວງ​ແຄ໋ງຮ່ວາ​ ເອກະສານ, ວັດຖຸ​ພັນ​ທັງ​ໝົດ​ທີ່​ງານ​ວາງສະ​ແດງ, ​ເພື່ອ​ໃຫ້​ທ້ອງ​ຖີ່​ນຈັດ​ຕັ້ງ​ງານ​ວາງສະ​ແດງ​ຮັບ​ໃຊ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ